ທູດພິເສດ ອາເມລິກາ ແຈ້ງໃຫ້ຊາບວ່າ ການເຈລະຈາ ກັບ ຕາລີບານ ໃກ້ຈະບັນລຸໄດ້ຂໍ້ຕົກລົງ

(VOVWORLD) -ບັນດານັກເຈລະຈາຂອງລັດຖະບານ ອາເມລິກາ ແລະ ຜູ້ຕາງໜ້າຂອງກໍາລັງອິດສະລາມ ຕາລີບານ ພວມຢູ່ໃນຂັ້ນຕອນໃກ້ຈະບັນລຸໄດ້ຂໍ້ຕົກລົງ ເພື່ອແນໃສ່ຢຸດຕິການປະທະກັນ ທີ່ແກ່ຍາວໃນຕະຫຼອດໄລຍະ 18 ປີ ຜ່ານມາ ຢູ່ ອາບການິດສະຖານ.

         ນີ້ແມ່ນຖະແຫຼງການຂອງທ່ານ Zalmay Khalilzad ທູດພິເສດ ອາເມລິກາ ທີ່ຮັບຜິດຊອບກ່ຽວກັບບັນຫາ ອາບການິດສະຖານ ທີ່ໄດ້ຍົກອອກມາໃນວັນທີ 31 ສິງຫາ ພາຍຫຼັງ ສອງຝ່າຍສິ້ນສຸດການເຈລະຈາຮອບຫຼ້າສຸດ.

ຕາມທ່ານ  Khalilzad ແລ້ວ, ສອງຝ່າຍ ພວມຫຍັບເຂົ້າໃກ້ກັບການບັນລຸໄດ້ຂໍ້ຕົກລົງ, ຕາມນັ້ນແລ້ວ ຈະຫຼຸດຜ່ອນສະພາບການໃຊ້ຄວາມຮຸນແຮງ ແລະ ເປີດຊ່ອງທາງໃຫ້ແກ່ ຊາວ ອາບການິດສະຖານ ສົນທະນາກັນກ່ຽວກັບພື້ນຖານສັນຕິພາບທີ່ “ຍືນຍົງ ແລະ ໜ້າເຄົາລົບນັບຖື”. ທ່ານ Khalilzad ກໍເນັ້ນໜັກວ່າ ຖ້າຫາກບັນລຸໄດ້ຂໍ້ຕົກລົງດັ່ງກ່າວ ຈະຊ່ວຍປັບປຸງ ອາບການິດສະຖານ “ມີອະທິປະໄຕ ແລະ ສາມັກຄີ” ຫາກບໍ່ນາບຂູ່ ອາເມລິກາ ກໍຄືບັນດາປະເທດພັນທະມິດຂອງ ອາເມລິກາ ແລະ ຫຼາຍປະເທດ ອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ