ທູດພິເສດກ່ຽວກັບດິນຟ້າອາກາດຂອງ ອາເມລິກາ ຢ້ຽມຢາມ ຈີນ

(VOVWORLD) - ການຢ້ຽມຢາມຂອງທ່ານ John Podesta ຈະສຸມໃສ່ບັນດາຂົງເຂດເຊິ່ງໄດ້ກຳນົດໃນຂໍ້ຕົກລົງຮ່ວມມືດ້ານດິນຟ້າອາກາດລະຫວ່າງ 2 ປະເທດໃນປີ 2023.
ທູດພິເສດກ່ຽວກັບດິນຟ້າອາກາດຂອງ ອາເມລິກາ ຢ້ຽມຢາມ ຈີນ - ảnh 1ທ່ານ John Podesta, ທູດພິເສດກ່ຽວກັບດິນຟ້າອາກາດຂອງທ່ານປະທານາທິບໍດີ ອາເມລິກາ
(ພາບ: Reuters)

        ວັນທີ 04 ກັນຍາ, ທ່ານ John Podesta, ທູດພິເສດກ່ຽວກັບດິນຟ້າອາກາດຂອງທ່ານປະທານາທິບໍດີ ອາເມລິກາ ໄດ້ເລີ່ມທຳການຢ້ຽມຢາມ ຈີນ ເປັນເວລາ 3 ວັນ ເພື່ອປຶກສາຫາລືບັນດາບັນຫາກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ. ນີ້ຈະແມ່ນເທື່ອທີ 2 ອາເມລິກາ ແລະ  ຈີນ ປຶກສາຫາລືເປັນທາງການບັນດາບັນຫາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.

        ການຢ້ຽມຢາມຂອງທ່ານ John Podesta ຈະສຸມໃສ່ບັນດາຂົງເຂດເຊິ່ງໄດ້ກຳນົດໃນຂໍ້ຕົກລົງຮ່ວມມືດ້ານດິນຟ້າອາກາດລະຫວ່າງ 2 ປະເທດໃນປີ 2023. ຕາມຂໍ້ຕົກລົງດັ່ງກ່າວແລ້ວ, ອາເມລິກາ ແລະ ຈີນ ຈະຍູ້ແຮງການພັດທະນາພະລັງງານທົດແທນ ເພື່ອຈຳກັດການນຳໃຊ້ເຊື້ອເພີງ. ປະຈຸບັນ, ອາເມລິກາ ພວມຊອກຫາວິທີເພື່ອກະຕຸກຊຸກຍູ້ ຈີນ ຍົກອອກກບັນດາເປົ້າໝາຍດິນຟ້າອາກາດມັກໃຫຍ່ໄຝ່ສູງ, ໃນສະພາບຈຸດເວລາສຸດທ້າຍແມ່ນຕົ້ນປີ 2025 ໃກ້ຈະມາຮອດແລ້ວ ເມື່ອບັນດາປະເທດຕ້ອງຍື່ນສະເໜີເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດໃນໄລຍະຕໍ່ໄປຂຶ້ນຕໍ່ສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ