ທູດພິເສດຂອງນາຍົກລັດຖະມົນຕີຫວຽດນາມ,ຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວັກຢຸງຢ້ຽມຢາມມຽນມາ

(VOVWORLD) -ວັນທີ 28 ມັງກອນ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ ໄດ້ໄປຢ້ຽມຢາມສ.ແຫ່ງສະຫະພາບ ມຽນມາ ດ້ວຍຖານະເປັນທູດພິເສດຂອງນາຍົກລັດຖະມົນຕີ.

ທູດພິເສດຂອງນາຍົກລັດຖະມົນຕີຫວຽດນາມ,ຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວັກຢຸງຢ້ຽມຢາມມຽນມາ - ảnh 1 ທູດພິເສດຂອງນາຍົກລັດຖະມົນຕີຫວຽດນາມ, ຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວັກຢຸງຢ້ຽມຢາມມຽນມາ

(ພາບ: TTXVN)

ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ໄດ້ມີການພົບປະກັບທີ່ປຶກສາແຫ່ງລັດ ມຽມາ; ພົບປະກັບຈອມພົນ, ຫົວໜ້າຜູ້ບັນຊາການບັນດາກຳລັງປະກອບອາວຸດມຽນມາ; ລັດຖະມົນຕີກະຊວງຮ່ວມມືສາກົນ ແລະ ລັດຖະມົນຕີກະຊວງສະຫວັດດີການ, ກູ້ຊ່ວຍສັງຄົມ ແລະ ຕັ້ງພູມລຳເນົາຄືນໃໝ່. ທີ່ບັນດາການພົບປະ, ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ເນັ້ນໜັກວ່າ, ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນ ແລະ ຕີລາຄາສູງການພັດທະນາຢ່າງຕັ້ງໜ້າຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານກັບມຽນມາ. ທ່ານຮອງລັດຖະມົນຕີ ເຊື່ອໝັ້ນວ່າ, ມຽນມາ ຈະສືບຕໍ່ຮ່ວມມືກັບອາຊຽນ, ສະຫະປະຊາຊາດ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ຢ່າງແໜ້ນແຟ້ນ ເພື່ອແນໃສ່ຊອກຫາມາດຕະການແກ້ໄຂການປະທະກັນ … ທ່ານຢືນຢັນວ່າ, ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍຊຸກຍູ້ການເຈລະຈາລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ. ເນື່ອງໃນໂອກາດນີ້, ລັດຖະບານຫວຽດນາມ ໄດ້ໜູນຊ່ວຍມຽນມາຈຳນວນເງິນ 100.000 USD ເພື່ອຮັບໃຊ້ບັນດາການເຄື່ອນໄຫວມະນຸດສະທຳ, ສ້າງຕັ້ງ ແລະ ພັດທະນາລັດ Rakhine ຄືນໃໝ່.

        ສ່ວນທ່ານນາງທີ່ປຶກສາແຫ່ງລັດມຽນມາ Aung San Suu Kyi ແລະ ບັນດາການນຳມຽນມາ ໃຫ້ຄຳໝັ້ນສັນຍາວ່າ ຈະສະໜັບສະນູນຫວຽດນາມ ປະສົບຜົນສຳເລັດໃນການດຳລົງຕຳແໜ່ງເປັນປະທານອາຊຽນ 2020, ຢືນຢັນຄວາມຕັດສິນໃຈຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ມຽນມາ ໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ, ໃນຕໍ່ໜ້າແມ່ນພ້ອມກັນສົມທົບກັນຈັດກອງປະຊຸມຄັ້ງທີ 9 ຄະນະກຳມະການປະສົມກ່ຽວກັບການຮ່ວມມື 2 ຝ່າຍຫວຽດນາມ - ມຽນມາ ຢູ່ຫວຽດນາມ ໃນໄລຍະຈະມາເຖິງໃຫ້ປະສົບຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ