ທູດພິເສດຂອງສະຫະປະຊາຊາດກ່ຽວກັບ Yemen ພົບປະກັບຫົວໜ້າ Houthi ຊຸກຍູ້ສັນຕິພາບ

(VOVWORLD) - ບັນດາສານເຊິ່ງທ່ານໄດ້ຮັບໃນການເຈລະຈາຄັ້ງນີ້ລ້ວນແຕ່ມີລັກສະນະຕັ້ງໜ້າ ແລະ ສ້າງສັນ

ທູດພິເສດຂອງສະຫະປະຊາຊາດກ່ຽວກັບ Yemen ພົບປະກັບຫົວໜ້າ Houthi ຊຸກຍູ້ສັນຕິພາບ - ảnh 1ທ່ານ Martin Griffiths, ທູດພິເສດຂອງ ສປຊ  ແລະ ຫົວໜ້າຂອງກຳລັງ Houthi ທ່ານ Abdulmalik al – Huthi

(ພາບ: AFP/TTXVN)

ທ່ານ Martin Griffiths, ທູດພິເສດຂອງ ສປຊ ກ່ຽວກັບບັນຫາ Yemen ໄດ້ມີການພົບປະກັບຫົວໜ້າຂອງກຳລັງ Houthi ທ່ານ Abdulmalik al – Huthi ໃນຄວາມມານະພະຍາຍາມຊອກຫາມາດຕະການໃຫ້ແກ່ການປະທະກັນຢູ່ນະຄອນທ່າກ່ຳປັ່ນ Hodeida, ປະຈຸບັນ ໂດຍກຳລັງ Houthi ຄວບຄຸມ.

        ກ່າວຄຳເຫັນໃນວັນທີ 4 ກໍລະກົດ, ທ່ານ Griffiths ໃຫ້ຮູ້ວ່າ: ບັນດາສານເຊິ່ງທ່ານໄດ້ຮັບໃນການເຈລະຈາຄັ້ງນີ້ລ້ວນແຕ່ມີລັກສະນະຕັ້ງໜ້າ ແລະ ສ້າງສັນ. ທຸກໆຝ່າຍບໍ່ພຽງແຕ່ສະແດງຄວາມມຸ່ງຫວັງມີສັນຕິພາບຢ່າງແຮງເທົ່ານັ້ນ ຫາກຍັງເຂົ້າຮ່ວມການປຶກສາຫາລື “ບັນດາແນວຄວາມຄິດລະອຽດມຸ່ງໄປເຖິງເລື່ອງບັນລຸໄດ້ສັນຕິພາບ ອີກດ້ວຍ”.

        ຕາມທູດພິເສດຂອງສປຊ ແລ້ວ, ເລື່ອງຊອກຫາມາດຕະການໃຫ້ແກ່ການປະທະກັນຢູ່ Hodeida ອາດຈະສ້າງບັນດາເງື່ອນໄຂຕັ້ງໜ້າ ເພື່ອເລີ່ມດຳເນີນບັນດາການເຈລະຈາການເມືອງໃນຊຸມວັນຈະມາເຖິງຢ່າງວ່ອງໄວ.

ຕອບກັບ

ຂ່າວ/ບົດ​ອື່ນ