ທູດພິເສດຂອງສະຫະປະຊາຊາດມາຮອດLybia

ທູດພິເສດຂອງສະຫະປະຊາຊາດມາຮອດLybia - ảnh 1
ທ່ານ Martin Kobler ທູດ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ
(ພາບ: ikazeiwacu.fr)

(vovworld) - ວັນ​ທີ 21/02, ທ່ານ Martin Kobler ທູດ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດກ່ຽວ​ກັບ Lybia ​ມາ​ຮອດ Tobruk, ​ເຊິ່ງ​ແມ່ນ​ສະຖານ​ທີ​່ຕັ້ງສຳນັກງານ​ສະພາ​ແຫ່ງ​ຊາດ​ຈາກ​ສາກົນ, ກ່ອນ​ທີ່​ດຳ​ເນີນ​ການ​ປ່ອນ​ບັດ​ໄວ້​ວາງ​ໃຈ ​​ໃຫ້​ແກ່​ລັດຖະບານ​ສາມັກຄີ​ຊົນ​ຊາດ​ຂອງ​ປະ​ເທດ​ນີ້. ທ່ານ Martin Kobler ຢືນຢັນ​ວ່າ: ທ່ານ ​ໄປ​ຮອດ Tobruk ​ແມ່ນ​ເພື່ອ​ໜູນ​ຊ່ວຍ​ການ​ປ່ອນ​ບັດ ຫາກບໍ່​ແມ່ນ​​ແຊ​ກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ Lybia. ກ່ອນ​ໜ້າ​ນັ້ນ, ວັນ​ທີ 20/02, ທ່ານ Fayez Al Sarraj ນາຍົກລັດຖະມົນຕີ​ໄດ້​ຮັບ​ການ​ແຕ່ງ​ຕັ້ງຂອງ Lybia ຍື່ນສະ​ເໜີ​ລາຍການ​ເຮັດວຽກ​ຂອງ​ລັດຖະບານ​ສາມັກຄີ​ຊົນ​ຊາດ​ໃໝ່​ຕໍ່​ສະພາແຫ່ງ​ຊາດ ກ່ອນ​ທີ່​ດຳ​ເນີນ​ການ​ປ່ອນ​ບັດ​ໄວ້​ວາງ​ໃຈ ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 23/02.

ຂ່າວ/ບົດ​ອື່ນ