ທູດພິເສດດ້ານນິວເຄຼຍຂອງ ສ.ເກົາຫຼີ-ອາເມລິກາຮຽກຮ້ອງໃຫ້ ສ.ປ.ປ.ເກົາຫຼີກັບຄືນສູ່ການເຈລະຈາແລະການທູດ

(VOVWORLD) -ວັນທີ 7 ພຶດສະພານີ້, ພຽງບໍ່ເທົ່າໃດຊົ່ວໂມງພາຍຫຼັງ ສ. ເກົາຫຼີ ຖືກຖືວ່າໄດ້ທົດລອງຍິງລູກສອນໄຟນຳວິຖີຈາກກຳປັ່ນດຳນ້ຳ (SLBM), ທ່ານ Noh Kyu-duk, ນັກເຈລະຈາດ້ານນິວເຄຼຍລະດັບສູງຂອງສ.ເກົາຫຼີ ແລະຄູ່ຕຳແໜ່ງອາເມລິກາ Sung Kim ໄດ້ມີການເຈລະຈາທາງໂທລະສັບກ່ຽວກັບການກະທຳ ນີ້.
ທູດພິເສດດ້ານນິວເຄຼຍຂອງ ສ.ເກົາຫຼີ-ອາເມລິກາຮຽກຮ້ອງໃຫ້ ສ.ປ.ປ.ເກົາຫຼີກັບຄືນສູ່ການເຈລະຈາແລະການທູດ - ảnh 1ປະຊາຊົນພວມຕິດຕາມການຍິງລູກສອນໄຟທີ່ສົງໄວວ່າ ແມ່ນລູກສອນໄຟໄລຍະສັ້ນຂອງ ສ.ປ.ປ.ເກົາຫຼີ

     ທູດພິເສດສອງທ່ານຢືນຢັນວ່າ ການຍິງລູກສອນໄຟທີ່ສົງໄວວ່າ ແມ່ນລູກສອນໄຟໄລຍະສັ້ນຂອງ ສ.ປ.ປ.ເກົາຫຼີ ແມ່ນການລະເມີດມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ (UNSC) ແລະເປັນໄພຂົ່ມຂູ່ຢ່າງຮ້າຍແຮງຕໍ່ແຫຼມເກົາຫຼີ ແລະ ປະຊາຄົມໂລກ. ສອງຝ່າຍຮຽກຮ້ອງໃຫ້ສ.ເກົາຫຼີຢຸດຕິການກະທຳທີ່ອາດຈະເຮັດໃຫ້ສະຖານະການຮ້າຍແຮງຂຶ້ນໃນທັນທີ, ແລະກັບຄືນສູ່ ການເຈລະຈາແລະການທູດໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ