ທູດ​ພິ​ເສດ​ດ້ານ​ນິວ​ເຄຼຍສ.​ເກົາ​ຫຼີ,ຍີ່ປຸ່ນ​ປຶກສາ​ຫາລື​ວິທີ​ຮັບ​ມື​ກັບສປປ.​ເກົາຫຼີ

ທູດ​ພິ​ເສດ​ດ້ານ​ນິວ​ເຄຼຍສ.​ເກົາ​ຫຼີ,ຍີ່ປຸ່ນ​ປຶກສາ​ຫາລື​ວິທີ​ຮັບ​ມື​ກັບສປປ.​ເກົາຫຼີ - ảnh 1
(ພາບປະກອບ)

(vovworld) - ​​ ​ເຈົ້າ​ໜ້າ​ທີ່​ບໍ່​ເຜີຍ​ຊື່​ຜູ້​ໜຶ່ງ​ຂຶ້ນ​ກັບ​ກະຊວງ​ການ​ຕ່າງປະ​ເທດ ສ.​ເກົາຫຼີ ​ໃຫ້​ຮູ້​ວ່າ: ວັນ​ທີ 24/08 ບັນດາ​ທູດ​ພິ​ເສດ​ດ້ານ​ນິວ​ເຄຼຍ​ແຖວ​ໜ້າ​ຂອງປະ​ເທດ​ນີ້ ​ແລະ ຍີ່ປຸ່ນ ​ໄດ້​ປຶກສາ​ຫາ​ລື​ບັນດາ​ມາດ​ຕະການ​ຮັບ​ມື​ກັບ​ເຫດການ ສປປ.​ເກົາ​ຫຼີ ທົດ​ລອງ​ລູກ​ສອນ​ໄຟ​ນຳ​ວິຖີ​ ທີ່ຍິງ​ຈາກກ່ຳ​ປ່ັນ​ດຳ​ນ້ຳ (SLBM) ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ. ຕາມບັນດາ​ເຈົ້າ​ໜ້າ​ທີ່​ດັ່ງກ່າວ​ແລ້ວ, 2 ຝ່າຍ​ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ຢ່າງ​ເລິກ​ເຊິ່ງ ຕໍ່​ບັນດາ​ການ​ກະທຳ​ເກາະ​ຜິດ ​ແລະ ນາບ​ຂູ່​ຢ່າງ​ລຽນຕິດ​ຂອງ ສປປ​.​ເກົາຫຼີ.

        ປະຈຸ​ບັນ, ລາຍ​ລະອຽດ​ຂອງ​ການ​ປຶກສາ​ຫາລື​ນີ້ ຍັງ​​ບໍ່​ທັນໄດ້​ຮັບ​ການ​ປະກາດ​ເທື່ອ ​ແຕ່ບັນດາ​ນັກ​ສັງ​ເກດ​ການ​ຖື​ວ່າ: ບາງ​ເທື່ອ 2 ຝ່າຍ​​ໄດ້ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ວິທີ​ ​ຮັບ​ມື​ກັບ​ບັນດາ​ການ​ກະທຳ​ເກາະ​ຜິດ​ໃໝ່​ສຸດ​ຂອງ ສປປ.​ເກົາ​ຫຼີ ຢູ່​ບັນດາ​ເວທີ​ປາ​ໄສ​ຄື: ສະຫະ​ປະຊາ​ຊາດ ​ແລະ ອົງການ​ພະລັງງານປະລະມານູ​ສາກົນ (IAEA).

ຂ່າວ/ບົດ​ອື່ນ