ທູດ​ພິ​ເສດ​ອາ​ຊຽນ​ແຈ້ງ​​ຜົນ​ການ​ຢ້ຽມ​ຢາມ​ມຽນ​ມາ

(VOVWORLD) -ໃນເວລາຢ້ຽມຢາມຢູ່ມຽນມາ, ທ່ານ Prak Sokhonn ໄດ້ພົບປະກັບນາຍພົນອາວຸໂສ Min Aung Hlaing ເພື່ອປຶກສາຫາລືກ່ຽວກັບການປັບປຸງຄຳສັ່ງຢຸດຍິງ, ຊ່ວຍເຫຼືອມະນຸດສະທຳ.
ທູດ​ພິ​ເສດ​ອາ​ຊຽນ​ແຈ້ງ​​ຜົນ​ການ​ຢ້ຽມ​ຢາມ​ມຽນ​ມາ - ảnh 1ທ່ານຮອງນາຍົກລັດຖະມົນຕີທັງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນກຳປູເຈຍ Prak Sokhonn (ພາບ: VOV)

ພາຍຫຼັງທີ່ໄດ້ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ມຽນມາ ແຕ່ວັນທີ 21 – 23 ມີນາ, ວັນທີ 23 ມີນາ, ຢູ່ພະນົມເປັນ, ປະເທດກຳປູເຈຍ, ທ່ານຮອງນາຍົກລັດຖະມົນຕີທັງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນກຳປູເຈຍ Prak Sokhonn, ທູດພິເສດຂອງອາຊຽນໄດ້ຈັດຕັ້ງກອງປະຊຸມຖະແຫຼງຂ່າວກ່ຽວກັບຜົນການເຮັດວຽກກັບອຳນາດການປົກຄອງການທະຫານມຽນມາ ແລະ ບາງການເຄື່ອນໄຫວທີ່ກ່ຽວຂ້ອງ.

ໃນເວລາຢ້ຽມຢາມຢູ່ມຽນມາ, ທ່ານ Prak Sokhonn ໄດ້ພົບປະກັບນາຍພົນອາວຸໂສ Min Aung Hlaing ເພື່ອປຶກສາຫາລືກ່ຽວກັບການປັບປຸງຄຳສັ່ງຢຸດຍິງ, ຊ່ວຍເຫຼືອມະນຸດສະທຳ. ທ່ານ Prak Sokhonn ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາໃນນາມເປັນທູດພິເສດຂອງອາຊຽນວ່າ ຈະບໍ່ແຊກແຊງເຂົ້າວຽກງານພາຍໃນຂອງມຽນມາ ແລະ ເນັ້ນໜັກເຖິງລັກສະນະຈຳເປັນແລະຮີບດ່ວນຂອງການສະກັດກັ້ນການໃຊ້ຄວາມຮຸນແຮງ, ໜູນຊ່ວຍມະນຸດສະທຳ ແລະ ຊອກຫາມາດຕະການແກ້ໄຂແບບຍືນຍົງໃນບັນຫາມຽນມາ, ພ້ອມທັງເນັ້ນໜັກເຖິງການເຂົ້າຮ່ວມຂອງທຸກຝ່າຍທີ່ກ່ຽວຂ້ອງ ແລະ ຊົມເຊີຍຕໍ່ການປະຕິບັດຄຳສັ່ງຢຸດຍິງ.

ຕອບກັບ

ຂ່າວ/ບົດ​ອື່ນ