ທູດພິເສດອາເມລິກາຮັບຜິດຊອບບັນຫາສປປ.ເກົາຫຼີຢ້ຽມຢາມສ.ເກົາຫຼີແລະຍີ່ປຸ່ນ

ທູດພິເສດອາເມລິກາຮັບຜິດຊອບບັນຫາສປປ.ເກົາຫຼີຢ້ຽມຢາມສ.ເກົາຫຼີແລະຍີ່ປຸ່ນ - ảnh 1
ທູດ​ພິ​ເສດ​ອາ​ເມ​ລິ​ກາ​ ກ່ຽວ​ກັບດ້ານ​ນະ​ໂຍບາຍ ສປປ​.ເກົາຫຼີ ທ່ານ Sung Kim (ເບືອງຂວາ)
(ພາບ: TTXVN)

(vovworld) - ​​ວັນ​ທີ 29/6, ທູດ​ພິ​ເສດ​ອາ​ເມ​ລິ​ກາ​ ກ່ຽວ​ກັບດ້ານ​ນະ​ໂຍບາຍ ສປປ​.ເກົາຫຼີ ທ່ານ Sung Kim ​ໄດ້ພົ​ບປະ​​ກັບ ທ່ານ Hwang Joon – kook, ທູດ​ພິ​ເສດ ສ.​ເກົາຫຼີ ຮັບຜິດຊອບ​ບັນດາ​ບັນຫາ​ຄວາມ​ໝັ້ນຄົງ - ສັນຕິພາບ​ໃນ​ແຫຼມ​ເກົາຫຼີ​ ​ແລະ ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ປະ​ເທດ​ເຈົ້າພາບ Kim Hong – kyun ​ເພື່ອ ​ປຶກສາ​ຫາລືກ່ຽວກັບ​ບັນຫາ ສປປ.​ເກົາຫຼີ ​ແລະ ບັນດາ​ບັນຫາ 2 ຝ່າຍ. ​ເມື່ອ​ຕອບ​ສຳພາດ​ຕໍໍ່​ນັກ​ຂ່າວພາຍຫຼັງ​ການ​ເຈລະຈາ​ຕ່າງຫາກ, ທູດ​ພິ​ເສດ​ອາ​ເມ​ລິ​ກາ ທ່ານ Sung kim ​ໃຫ້​ຮູ້​ວ່າ: 2 ຝ່າຍ​ໄດ້​ປຶກສາ​ຫາລື​ຫຼາຍບັນຫາ, ​​ທັງໃນ​​ຂົງ​ເຂດ​ຮ່ວມ​ມື 2 ຝ່າຍ ​ແລະ ການສົມທົບ​ນະ​ໂຍບາຍ​ທີ່​ກ່ຽວຂ້ອງ​ເຖິງ ສປປ.​ເກົາຫຼີ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເຈົ້າ​ໜ້າ​ທີ່​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ໄດ້ປະຕິ​ເສດ​ສະໜອງຂໍ້​ມູນ​ຂ່າວ​ຢ່າງ​ລະອຽດ​.

           ທ່ານ​ທູດ​ພິ​ເສດ Sung Kim ພວມ​ຢູ່​ ສ.ເກົາຫຼີ ​ເພື່ອ​ເຂົ້າ​ຮ່ວມ​ເວທີ​ປາ​​ໄສ​ສາກົນ​ກ່ຽວ​ກັບ​ບັນດາ​ຄວາມ​ມານະ​ພະຍາຍາມ​ແນ​ໃສ່​ກ້າວ​​ໄປເຖິງ​ການໂຮມ​ແຫຼມ​ເກົາຫຼີ​ເປັນ​ເອກະ​ພາບ. ຄາດ​ຄະ​ເນ​ວ່າ, ວັນ​ທີ 2/7 ຈະ​ມາ​ເຖິງ​ທ່ານ​ທູດ​ພິ​ເສດ Sung Kim ຈະ​ໄປ​ເຖິງ​ນະຄອນຫຼວງ ​ໂຕ​ກຽວ (ຍີ່ປຸ່ນ)​.

ຂ່າວ/ບົດ​ອື່ນ