ທູດພິເສດອາເມລິກາໄປເຖິງຍີ່ປຸ່ນ,ສ.ເກົາຫຼີປຶກສາຫາລືບັນຫາສປປ.ເກົາຫຼີ

ທູດພິເສດອາເມລິກາໄປເຖິງຍີ່ປຸ່ນ,ສ.ເກົາຫຼີປຶກສາຫາລືບັນຫາສປປ.ເກົາຫຼີ - ảnh 1
(ພາບ​ປະ​ກອບ: counterpunch.org)

(vovworld) - ​ວັນ​ທີ 06/10, ວົງ​ການ​ເຈົ້າ​ໜ້າ​ທີ​ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ, ວັນ​ທີ 07/10, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ປະ​ເທດນີ້​​ທີ່ປະ​ຈຳ​​ຢູ່ສະ​ຫະ​ປະ​ຊາ​ຊາດ Samantha Power ຈະ​ໄປ​ເຖິງ​ຍີ່​ປຸ່ນ ແລະ ສ.ເກົ​າ​ຫຼີ ເພື່ອ​ປຶກ​ສາ​ຫາ​ລື​ກັບ 2 ພັນ​ທະ​ມິດນີ້ ໃນ​ສະ​ພາບ​ທີ່​ບັນ​ດາ​ການ​ປຶກ​ສາ​ຫາ​ລື​ຢູ່​ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ​ມາດ​ຕະ​ການ​ລົງ​ໂທດ​ໃໝ່ ແນ​ໃສ່​ສ​ປ​ປ.ເກົາ​ຫຼີ ທີ່​ພວມ​ໄດ້​ຮັບ​ການ​ສົ່ງ​ເສີມ. ໃນ​ຖະ​ແຫຼງ​ການ​​ສະ​ບັບໜຶ່ງ, ຄະ​ນະ​ປະ​ຕິບັດ​ງານ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ​ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ ໃຫ້​ຮູ້​ວ່າ, ທ່າ​ນເອກ​ອັກ​ຄະ​ລັດ​ຖະ​ທູດ Samantha Power ຈະ​ປຶກ​ສາ​ຫາ​ລື “ບັນ​ດາ​ຄວ​າມ​ມາ​ນະ​ພະ​ຍາ​ຍາມ​ທີ່​ພວມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ໃນ​ປະ​ຈຸ​ບັນ ເພື່ອ​ແນ​ໃສ່​ໂຕ້​ຕອບ​ບັນ​ດາ​ໄພ​ນາ​ບ​ຂູ່​ທີ່​ຮ້າຍ​ແຮງ​ສຳ​ລັບ​ຄວາມ​ໝັ້ນ​ຄົງ, ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ຍ້ອນ​ໂຄງ​ການ​ນິວ​ເຄຼຍ ແລະ ລູກ​ສອນ​ໄຟ​ຂອງ​ສ​ປ​ປ.ເກົາ​ຫ​ຼີ ກໍ​​ຂຶ້ນ”.

        ແລະ​ກ​ໍ​ໃນ​ວັນ​ທີ 06/10, ສຳ​ນັກ​ຂ່າວ​ສານ​ສູນ​ກາງ​ສ​ປ​ປ.ເກົາ​ຫຼີ (KCNA) ຖະ​ແຫຼງວ່າ, ປະ​ເທດ​ນີ້ມີ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ການບ​ຸກ​ໂຈມ​ຕີ​ນິວ​ເຄຼຍ.  ຂໍ້​ມູນ​​ຂ່າວ​ສານດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ​ພາຍ​ຫຼັງ​ພຽງ 1 ວັນ, ເມື່ອ​ສ​.ເກົາ​ຫຼີ ແລະ ສະ​ຫະ​ພາບ​ເອີ​ລົບ ເຫັນ​ດີ​ຊອກ​ຫາ​ທຸກ​ມາດ​ຕະ​ການ ເພື່ອ​​ອາດ​ຈະ​ເຮັດ​ໃຫ​້​ສ​ປ​ປ.ເກົ​າ​ຫຼີ ຕ້ອງ​ຍົກ​ເລີກ​ໂຄງ​ການ​ນິວ​ເຄຼຍ.

ຂ່າວ/ບົດ​ອື່ນ