ທົດລອງສະໜອງວີຊາເອເລັກໂຕນິກໃຫ້ຊາວຕ່າງປະເທດເຂົ້າເມືອງຫວຽດນາມແຕ່ວັນທີ 01/02/2017

ທົດລອງສະໜອງວີຊາເອເລັກໂຕນິກໃຫ້ຊາວຕ່າງປະເທດເຂົ້າເມືອງຫວຽດນາມແຕ່ວັນທີ 01/02/2017 - ảnh 1
ການ​ປະ​ຊຸມ​ຂ່າວ​ກ່ຽວ​ກັບ​ກາ​ນ​ທົ​ດ​ລອງສະ​ໜອງວີ​ຊາ​ເອ​ເລັ​ກ​ໂຕ​ນິກ
ໃຫ້​ຊາວ​ຕ່າງ​ປະ​ເທ​ດ​ເຂົ້າ​ເມືອງ​ຫວຽດ​ນາມ
(ພາບ: baogiaothong.vn)

(vovworld) - ​ພົນ​ລະ​ເມືອງ 40 ປະ​ເທດ ໄດ້​ຮັບ​ການ​ທົດ​ລອງ​ສະ​ໜອງ​ວີ​ຊາ​ເອ​ເລັກ​ໂຕ​ນິກ ແຕ່​ວັນ​ທີ 01/02/2017 ແມ່ນ​ຂໍ້​ມ​ູ​ນ​ຂ່າວ​ເຊິ່ງ​ກົມ​ຄຸ້ມ​ຄອງ​ການ​ເຂົ້າ​ອອກ​ເມືອງ, ກະ​ຊວງ​​ຕຳຫຼວດ ​ໃຫ້​ຮູ້​ຄື​ແນ​ວນັ້ນ​ໃນ​ການ​ປະ​ຊຸມ​ຂ່າວ​ກ່ຽວ​ກັບ​ກາ​ນ​ທົ​ດ​ລອງສະ​ໜອງວີ​ຊາ​ເອ​ເລັ​ກ​ໂຕ​ນິກໃຫ້​ຊາວ​ຕ່າງ​ປະ​ເທ​ດ​ເຂົ້າ​ເມືອງ​ຫວຽດ​ນາມ ໃນ​ຕອນບ​່າຍ​ວັນ​ທີ 25/01, ຢູ່​ຮ່າ​ໂນ້ຍ. ໃນ​ການ​ເຮັດ​ວຽກ​ເປັນ​ເວ​ລາ 3 ວັນ, ນັບ​ແຕ່​ເມື່ອ​ໄດ້​ຮັບ​ຂໍ້​ມູນ​ຂ່າວ​ສະ​ເໜີ​ສະ​ໜອງວີ​ຊາ​ເອ​ເລັ​ກ​ໂຕ​ນິກ ແລະ ຄ່າ​ສະ​ໜອງວີ​ຊາ​ຢ່າງ​ຄົບ​ຖ້ວນ, ກົມ​ຄຸ້ມ​ຄອງ​​ການ​ເຂົ້າ​ອອກ​ເມືອງ ຈະ​ພິ​ຈາ​ລະ​ນາ, ແກ້​ໄຂ ແລະ ມີ​ຄຳ​ຕອບ​ໃຫ້​ຜູ້​ສະ​ເໜີ​ໄດ້​ຮັບວີ​ຊາ​ເອ​ເລັ​ກ​ໂຕ​ນິກ. ລະ​ບົບສະ​ໜອງວີ​ຊາ​ເອ​ເລັ​ກ​ໂຕ​ນິກ ຈະ​ເຄື່ອນ​ໄຫວ​ແຕ່​ວັນ​ທີ 01/02/2017 ຢ່າງ​ເປັນ​ທາງ​ການ. ວີ​ຊາ​ເອ​ເລັ​ກ​ໂຕ​ນິກນຳ​ໃຊ້​ເທື່ອ​ໜຶ່ງ ແລະ ເວ​ລາ​ກຳ​ນົດ​ບໍ່​ເກີນ 30 ວັນ ສະ​ໜອງ​ໃຫ້​ຊາວ​ຕ່າງ​ປະ​ເທດ​ເຂົ້າ​ຫວຽດ​ນາມ ດ້ວຍ​ບັນ​ດາ​ຈຸດ​ປະ​ສົງ​ທ​ີ່​ເໝາະ​ສົບ​ກັບ​ກົດ​ໝາຍ​ຂອງຫວຽດ​ນາມ.

ຂ່າວ/ບົດ​ອື່ນ