ທູດລາວ ປະຈຳ ຫວຽດນາມ ເຂົ້າອວຍພອນ ຄະນະນຳກະຊວງການຕ່າງປະເທດຫວຽດນາມ ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 76 ປີ

(VOVWORLD) -ໃນ ວັນທີ 01 ກັນຍາ 2021, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະຈາກສະຖານທູດລາວ ເຂົ້າອວຍ ພອນທ່ານ ຫງວຽນກວັກຢູ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເນື່ອງໃນໂອກາດວັນຊາດຂອງ ສສ ຫວຽດນາມ ຄົບຮອບ 76 ປີ (2/9/1945-2/9/2021).
ທູດລາວ ປະຈຳ ຫວຽດນາມ ເຂົ້າອວຍພອນ ຄະນະນຳກະຊວງການຕ່າງປະເທດຫວຽດນາມ ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 76 ປີ - ảnh 1ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເຂົ້າອວຍພອນທ່ານ ຫງວຽນກວັກຢູ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເນື່ອງໃນໂອກາດວັນຊາດ ຫວຽດນາມ

ໂອກາດນີ້, ທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ຫງວຽນກວັກຢຸ້ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ທີ່ໄດ້ຍາດເວລາອັນມີຄຸນຄ່າຕ້ອນຮັບຄະນະ, ພ້ອມທັງຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ນຳພາຄະນະສະຖານທູດມາອວຍພອນກະຊວງການຕ່າງປະເທດຫວຽດນາມ ເນື່ອງໃນໂອກາດວັນຊາດ ແຫ່ງ ສສ ຫວຽດນາມ ຄົບຮອບ 76 ປີ.

ທ່ານເອກອັກຄະລັດຖະທູດ ຕີລາຄາສູງຕໍ່ຜົນສໍາເລັດດ້ານຕ່າງໆຂອງ ຫວຽດນາມ ທີ່ຍາດມາໄດ້ໃນຕະຫລອດໄລຍະ 76 ປີຜ່ານມາ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ທີ່ໄດ້ນຳພາປະຊາຊົນ ຫວຽດນາມ ອ້າຍນ້ອງຕໍ່ສູ້ຢ່າງພິລະອາດຫານ ເພື່ອຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນ ແລະ ຈັກກະພັດ ຈົນສາມາດຍາດເອົາເອກະລາດແຫ່ງຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບໃນປີ 1975 ຢ່າງສະຫງ່າອົງອາດ. ນັບແຕ່ນັ້ນເປັນຕົ້ນມາ, ສສ ຫວຽດນາມ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໂດຍສະເພາະຕະຫຼອດໄລຍະກວ່າ 3 ທົດສະວັດ ແຫ່ງການປະຕິບັດພາລະກິດປ່ຽນແປງໃໝ່, ຫວຽດນາມ ຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງ ແລະ ມີຄວາມໝາຍສຳຄັນທາງດ້ານປະຫວັດສາດ, ພັດທະນາຢ່າງແຂງແຮງ ແລະ ຮອບດ້ານໃນທຸກຂົງເຂດເຊັ່ນ: ການເມືອງມີຄວາມໜັກແໜ້ນ, ວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໄດ້ກາຍເປັນກຳລັງຫຼັກ ແລະ ຮັບປະກັນໄດ້ຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ເສດຖະກິດມີການຂະຫຍາຍຕົວດ້ວຍຈັງຫວະດີຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງໃຫ້ດີຂຶ້ນຢ່າງຈະແຈ້ງ, ຖານະບົດບາດ ແລະ ອິດທິພົນຂອງ ສສ ຫວຽດນາມ ນັບມື້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ພ້ອມດຽວກັນນັ້ນ, ທ່ານເອກອັກຄະລັດຖະທູດ ກໍໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໃນຕົ້ນປີ 2021 ທີ່ຜ່ານມາ ຊຶ່ງກອງປະຊຸມຄັ້ງນີ້ໄດ້ວາງແຜນການພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ (2021-2025) ກໍຄືວິໄສທັດຮອດປີ 2030 ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 100 ປີ ສ້າງຕັ້ງພັກກອມມູນິດຫວຽດນາມ ເພື່ອໃຫ້ກາຍເປັນປະເທດກຳລັງພັດທະນາ ຕາມທິດອຸດສາຫະກໍາທັນສະໄໝ, ມີລາຍຮັບປານກາງສູງ ແລະ ວິໄສທັດຮອດປີ 2045 ກາຍເປັນປະເທດພັດທະນາທີ່ມີລາຍຮັບສູງ, ພິເສດຜົນສໍາເລັດຂອງການພັດທະນາເສດຖະກິດສັງຄົມຂອງ ສສ ຫວຽດນາມ ໄດ້ກາຍເປັນພະລັງແຮງໃຫ້ແກ່ ສປປ ລາວ ໃນການນຳພາປະເທດຊາດສ້າງເສດຖະກິດໃຫ້ນັບມື້ມີລາຍຮັບສູງຂຶ້ນ, ທາງດ້ານການພົວພັນຂອງສອງປະເທດມີການຂະຫຍາຍຕົວນັບມື້ເຂົ້າສູ່ລວງເລິກ, ສະແດງອອກໃນສະພາບທີ່ມີການລະບາດຂອງເຊື້ອພະຍາດໂຄວິດ-19 ກຳລັງລະບາດ ໃນທົ່ວໂລກນັບທັງລາວ ແລະ ຫວຽດນາມ, ແຕ່ການນຳຂັ້ນສູງຂອງສອງປະເທດກໍຍັງໄປມາຫາສູ່ກັນໄດ້ໂດຍບໍ່ໄດ້ຖືເອົາການລະບາດຂອງເຊື້ອພະຍາດໂຄວິດມາເປັນອຸປະສັກກີດຂວາງການແລກປ່ຽນການຢ້ຽມຢາມລະຫວ່າງການນໍາຂັ້ນສູງຂອງທັງສອງປະເທດໃນໄລຍະຜ່ານມາ.

ໃນໂອກາດດຽວກັນ, ທ່ານ ຫງວຽນກວັກຢຸ້ງ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງທ່ານ ເອກອັກຄະລັດຖະທູດ ພ້ອມດ້ວຍຄະນະນຳ ທີ່ໄດ້ມາອວຍພອນ ແລະ ໄດ້ຕີລາຄາສູງຕໍ່ຜົນສຳເລັດໃນການພັດທະນາປະເທດຂອງລາວທີ່ຍາດມາໄດ້ໃນໄລະຍຜ່ານມາ, ພ້ອມຕີລາຄາສູງຕໍ່ການພົວພັນມິດຕະພາບອັນຍິ່ງໃຫຍ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ທີ່ມີມາແລ້ວນັ້ນນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ, ໃນຕໍ່ໜ້າກະຊວງການຕ່າງປະເທດຂອງສອງປະເທດ ຈະໄດ້ເປັນໃຈກາງໃນການຈັດຕັ້ງປະຕິບັດບັນດາແຜນງານໂຄງການທີ່ທັງສອງປະເທດໄດ້ເຊັນຮ່ວມກັນໃນໄລຍະທີ່ການນຳຂັ້ນສູງຂອງສອງປະເທດຢ້ຽມຢາມເຊິ່ງກັນແລະກັນໃນເດືອນມິຖຸນາ ແລະ ເດືອນສິງຫາ 2021 ທີ່ຜ່ານມາ.

ພ້ອມກັນນີ້, ທັງສອງຝ່າຍຈະສືບຕໍ່ ຍົກສູງການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ລວງກວ້າງ, ຈະສືບຕໍ່ຊຸກຍູ້ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ໃຫ້ຈະເລີນງອກງາມ ແລະ ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ທູດລາວ ປະຈຳ ຫວຽດນາມ ເຂົ້າອວຍພອນ ຄະນະນຳກະຊວງການຕ່າງປະເທດຫວຽດນາມ ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 76 ປີ - ảnh 2

ໃນຕອນເຊົ້າຂອງວັນດຽວກັນທ່ານເອກອັກຄະລັດຖະທູດກໍໄດ້ຮ່ວມພິທີໂຮມຊຸມນຸມຮູບແບບອອນລາຍເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມຄົບຮອບ 76 ປີ ເຊັ່ນດຽວກັນ.

                                                                    ຄັດຈາກ ວິທະຍຸກະຈາຍສຽງແຫ່ງຊາດ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ