ທິດສະ​ດ​ີ​ກອງ​ທັບທ​ເຮືອ​ໃໝ່​ຂອງ​ລັດ​ເຊຍ ເພື່ອ​ແນ​ໃສ່​ປັບ​ປຸງ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ

(VOVWORLD) -ເອກະສານຫາກໍ່ໄດ້ປະກາດໃນເວັບໄຊຂອງ ວັງ Kremlin. ເປັນອັນວ່າພາຍຫຼັງ 7 ປີ, ລັດເຊຍໄດ້ປັບປຸງ ທິດສະດີກອງທັບເຮືອ. ເອກະສານສະບັບນີ້ໄດ້ຮັບການປັບປຸງ ຄັ້ງຫຼ້າສຸດແມ່ນເວລາ ລັດເຊຍໂຮມແຫຼມ Crimeaເຂົ້າດິນແດນປະເທດຊາດ ໃນປີ 2014.
ທິດສະ​ດ​ີ​ກອງ​ທັບທ​ເຮືອ​ໃໝ່​ຂອງ​ລັດ​ເຊຍ ເພື່ອ​ແນ​ໃສ່​ປັບ​ປຸງ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ - ảnh 1ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin (ພາບ: Reuters)

ວັນທີ 31 ກໍລະກົດ, ຢູ່ນະຄອນ Saint Petersburg, ກ່ອນທີ່ເລີ່ມດຳເນີນການສວນສະໜາມຢ່າງສົມກຽດ ເພື່ອສະເຫຼີມສະຫຼອງວັນກອງທັບເຮືອລັດເຊຍ, ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin, ຜູ້ບັນຊາການໃຫຍ່ ບັນດາກຳລັງປະກອບອາວຸດ ລັດເຊຍ ໄດ້ເຊັນບັນດາເອກະສານກຳນົດການເຄື່ອນໄຫວຂອງກອງທັບເຮືອລວມມີທິດສະດີ ກອງທັບເຮືອ ສະບັບໃໝ່ ແລະ ກົດລະບຽບກຳປັ່ນຂອງກອງທັບເຮືອ ລັດເຊຍ.

ເອກະສານຫາກໍ່ໄດ້ປະກາດໃນເວັບໄຊຂອງ ວັງ Kremlin. ເປັນອັນວ່າພາຍຫຼັງ 7 ປີ, ລັດເຊຍໄດ້ປັບປຸງ ທິດສະດີກອງທັບເຮືອ. ເອກະສານສະບັບນີ້ໄດ້ຮັບການປັບປຸງ ຄັ້ງຫຼ້າສຸດແມ່ນເວລາ ລັດເຊຍໂຮມແຫຼມ Crimeaເຂົ້າດິນແດນປະເທດຊາດ ໃນປີ 2014.

ກ່າວຄຳເຫັນທີ່ພິທີສວນສະໜາມ, ທ່ານປະທານາທິບໍດີ Vladimir Putin ໄດ້ຢັ້ງຢືນວ່າ ສະຫະພັນ ລັດເຊຍ ຈະນຳໃຊ້ທຸກກຳລັງ ແລະ ພາຫະນະຂອງຕົນ ເພື່ອປົກປັກຮັກສາເສັ້ນທາງຊາຍແດນທາງທະເລ. ລັດເຊຍ ຈະໂຕ້ຕອບທຸກການກະທຳທີ່ລະເມີດອະທິປະໄຕ ແລະ ສິດເສລີຂອງສະຫະພັນ ລັດເຊຍ ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ