ທິດ​ສະ​ດີ​ການ​ທູດ​ໄມ້​ໄຜ່ ດຶງ​ດູດ​ຄວາມ​ສົນ​ໃຈ​ຄົ້ນ​ຄວ້າ​ຂອງວົງ​ການ​ນັກ​ຄົ້ນ​ຄວ້າ ຫວຽດ​ນາມ ວິ​ທະ​ຍາ ຢູ່ ລັດ​ເຊຍ

(VOVWORLD) -  ມີນັກຮຽນຮູ້, ນັກຄົ້ນຄວ້າ ລັດເຊຍ ຫຼາຍທ່ານ ໄດ້ໃຫ້ການຕີລາຄາສູງຕໍ່ທິດສະດີການທູດໄມ້ໄຜ່ຂອງ ຫວຽດນາມ ໃນກອງປະຊຸມສຳມະນາ “ຫວຽດນາມ ໃນໂລກຫຼາຍຂົ້ວ: ວິທີການສຳຜັດ, ສິ່ງທ້າທາຍ ແລະ ແງ່ຫວັງ”, ໄດ້ດຳເນີນໃນວັນທີ 22 ພຶດສະພາ ຢູ່ມະຫາວິທະຍາໄລການພົວພັນສາກົນ ຂຶ້ນກັບກະຊວງການຕ່າງປະເທດ ລັດເຊຍ (MGIMO) ຢູ່ ມົດສະກູ (ລັດເຊຍ).
ທິດ​ສະ​ດີ​ການ​ທູດ​ໄມ້​ໄຜ່ ດຶງ​ດູດ​ຄວາມ​ສົນ​ໃຈ​ຄົ້ນ​ຄວ້າ​ຂອງວົງ​ການ​ນັກ​ຄົ້ນ​ຄວ້າ ຫວຽດ​ນາມ ວິ​ທະ​ຍາ ຢູ່ ລັດ​ເຊຍ - ảnh 1ກອງປະຊຸມສຳມະນາ “ຫວຽດນາມ ໃນໂລກຫຼາຍຂົ້ວ: ວິທີການສຳຜັດ, ສິ່ງທ້າທາຍ ແລະ ແງ່ຫວັງ”  (ພາບ: TTXVN)

ທ່ານນາງ Valeria Vershinina ຮອງຜູ້ອຳນວຍການສູນ ອາຊີຕາເວັນອອກສ່ຽງໃຕ້ສັງກັດ ມະຫາວິທະຍາໄລການພົວພັນສາກົນ, ກະຊວງການຕ່າງປະເທດ ລັດເຊຍ ຖືວ່າ ແບບວິຖີການທູດໄມ້ໄຜ່ ກ່ອນອື່ນໝົດແມ່ນການປັບຕົວເຂົ້າກັບສະພາບການປັດຈຸບັນໃນການພົວພັນສາກົນ, ໂດຍໄດ້ສະແດງອອກຜ່ານການເຄື່ອນໄຫວຂອງ ຫວຽດນາມ ໃນສະພາບການໂລກທີ່ຂາດສະຖຽນລະພາບໃນປັດຈຸບັນ, ແມ່ນຄວາມຢືດຢຸ່ນ, ຂະຫຍັນຂັນເຄື່ອນ, ມີການປັບຕົວໃຫ້ເຂົ້າກັບສະຖານະການຢ່າງມີໄຫວພິບ ແລະ ສຳຄັນທີ່ສຸດແມ່ນຍາມໃດກໍເປັນເຈົ້າການຕັດສິນໃນທຸກບັນຫາ.

        ສ່ວນທ່ານ Vladimir Mazyrin ຜູ້ອຳນວຍການສູນຄົ້ນຄວ້າ ຫວຽດນາມ ແລະ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ສະຖາບັນບັນດິດວິທະຍາສາດ ລັດເຊຍ ຕີລາຄາວ່າ ຈາກທັດສະນະຄົ້ນຄວ້າ ຫວຽດນາມ, ທິດສະດີການທູດໄມ້ໄຜ່ ແມ່ນທິດສະດີທີ່ໃໝ່ອ່ຽມໃນຂະແໜງການທູດ. ທ່ານຖືວ່າ ທິດສະດີນີ້ ມີຄວາມເໝາະສົມກວ່າເມື່ອທຽບໃສ່ບັນດາປະເທດອື່ນໃນພາກພື້ນ. ຜ່ານການປຶກສາຫາລືໃນກອງປະຊຸມສຳມະນາ, ທ່ານ Mazyrin ຖືວ່າ ການທູດໄມ້ໄຜ່ ບໍ່ພຽງແຕ່ແມ່ນແບບວິທີການເຄື່ອນໄຫວສຳລັບຂະແໜງການທູດຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນການຄັດເລືອກທາງການເມືອງທີ່ຖືກຕ້ອງໃນສະຖານະການປັດຈຸບັນ ແລະ ນະໂຍບາຍນີ້ ໄດ້ສະແດງໃຫ້ເຫັນກຳລັງເຫື່ອແຮງຄົ້ນຄວ້າ ແລະ ສະແຫວງຫາ, ປະດິດຄິດສ້າງຂອງການນຳ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ