ທີ່ຕັ້ງບົດບາດໃນສັງຄົມຂອງແມ່ຍິງຫວຽດນາມນັບມື້ນັບໄດ້ຍົກສູງແລະຮັບຮູ້

ທີ່ຕັ້ງບົດບາດໃນສັງຄົມຂອງແມ່ຍິງຫວຽດນາມນັບມື້ນັບໄດ້ຍົກສູງແລະຮັບຮູ້ - ảnh 1
(ທ່ານ ຫງວຽນທ້ຽນເຍີນ ເຂົ້າຮ່ວມຢູ່​ເວທີ​ປາ​ໄສ
“​ແມ່ຍິງ - ສັນຕິພາບ ​ແລະ ການພັດທະນາ”)

(vovworld) –  ​ ທີ່​ຕັ້ງ​ບົດບາດ​ໃນ​ສັງຄົມ​ຂອງ​ແມ່ຍິງ​ ຫວຽດນາມ​ ນັບ​ມື້​ນັບ​ໄດ້​ຍົກ​ສູງ​ ແລະ​ ຮັບ​ຮູ້. ສິ່ງ​ດັ່ງກ່າວ ​ໂດ​ຍ​​ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນທ້ຽນ​ເຍີນ ຢືນຢັນ​ ຢູ່​ເວທີ​ປາ​ໄສ “​ແມ່ຍິງ - ສັນຕິພາບ ​ແລະ ການພັດທະນາ” ທີ່ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 6/10 ຢູ່​ຮ່າ​ໂນ້ຍ. ທ່ານ ຫງວຽນ​ທ້ຽນ​ເຍີນ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ​ຢູ່ ຫວຽດນາມ, ​ໃນຈຳນວນ​ແມ່ຍິງ 100 ຄົນ​ໃນ​ເກນ​ອາຍຸ​ອອກ​ແຮງ​ງານ​ແຕ່ 15 ປີ​ຂຶ້ນ​ໄປນັ້ນ ​ຈະມີ​ກ່ວາ 70% ​ພວມ​ເຮັດ​ວຽກ; 6,7% ​ແຮງ​ງານ​ຍິງ​ ມີ​​ໃບປະກາດ​ສະ​ນີຍະ​ບັດວິທະຍາ​ໄລ ​ແລະ ປະລິນຍາ​ຕີຂຶ້ນ​ໄປ. ຜ່ານ​ຫລາຍ​ສະຕະວັດ, ທີ່​ຕັ້ງ​ບົດບາດ​ໃນ​ສັງຄົມ​ຂອງ​ແມ່ຍິງ ຫວຽດນາມ ນັບ​ມື້​ນັບ​ໄດ້ຮັບ​ການ​ຍົກ​ສູງ ​ແລະ ຮັບ​ຮູ້. ທ່ານ ຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ໜັກ​ວ່າ:

        “​ແມ່ຍິງ ຫວຽດນາມ ກວມ​ຫລາຍຈຸດ​ສູງ​ຂອງພູມ​ປັນຍາ ​ແລະ ວິ​ສາ​ຫະກິດ. ​ແຕ່​ປີ 2006 ​ເຖິງ​ປີ 2014, ມີ​ສາດສະດາຈານ, ຮອງ​ສາດສະດາຈານຍິງ 800 ຄົນ​​ໄດ້​ຮັບ​ການ​ຮັບຮອງ, ກວມ 22% ​ໃນ​ຈຳນວນ​ສາດສະດາຈານ, ຮອງ​ສາດສະດາຈານ​ຂອງ​ທົ່ວ​ປະ​ເທດ. ​ແມ່ຍິງ​ກໍຮັບ​ດຳລົງຕຳ​ແໜ່ງສູງ​ຫຼາຍ​ຢ່າງໃນ​ບັນດາ​ອົ​ງການສິດ​ອຳນາດ​ຂອງ ຫວຽດນາມ. ທີ່​ສະພາ​ແຫ່ງ​ຊາດ ຫວຽດນາມ ປະຈຸ​ບັນ​ມີ 24,4% ສະມາຊິກ​ເປັນ​ແມ່ຍິງ. ​ສະ​ເລ່ຍຢູ່​ສະພາ​ປະຊາຊົນ​ແຂວງ, ນະຄອນມີ 25,17% ສະມາຊິກ​ເປັນ​ແມ່ຍິງ. ​ແມ່ຍິງ​ຍັງ​ຕັ້ງໜ້າ​ເຂົ້າ​ຮ່ວມ​ວຽກ​ງານ​ສະມາຄົມ, ກໍ່ສ້າງ ​ແລະ ພັດທະນາ​ລະບົບ​​ສະມາຄົມ​ແມ່ຍິງທຸກ​ຂັ້ນ​ນັບ​ມື້​ນັບ​ໝັ້ນຄົງ​ເຂັ້ມ​ແຂງ”.

        ທີ່​ເວທີ​ປາ​ໄສ, ບັນດາ​ຜູ້​ແທນ​ພ້ອມ​ກັນ​ແລກປ່ຽນ, ​ແບ່ງປັນ​ບັນດາ​ຜົນງານ ​ເຊິ່ງ​ແມ່ຍິງ​ໃນ​ທົ່ວ​ໂລກ​ບັນລຸ​ໄດ້, ບັນດາ​ບົດຮຽນ, ຂໍ້​ລິ​ເລີ່​ມ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ນ້ຳ​ໃຈ​ສາມັກ​ຕີ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ການ​ປະຕິບັດ​ຄາດ​ໝາຍ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ ​ແລະ ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ.

 

ຂ່າວ/ບົດ​ອື່ນ