ທຶນ FDI ຈົດທະບຽນນັບແຕ່ຕົ້ນປີ 2021 ມາຮອດປະຈຸບັນ ບັນລຸ 16,7 ຕື້ USD

(VOVWORLD) -ຍອດຈຳນວນທຶນຈົດທະບຽນໂດຍກົງຈາກຕ່າງປະເທດ (FDI)  ເຂົ້າຫວຽດນາມ ເຊິ່ງໄດ້ຈົດທະບຽນນັບແຕ່ຕົ້ນປີບັນລຸ 16,7 ຕື້ USD, ຫຼຸດລົງ 11% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.
ທຶນ FDI ຈົດທະບຽນນັບແຕ່ຕົ້ນປີ 2021 ມາຮອດປະຈຸບັນ ບັນລຸ 16,7 ຕື້ USD - ảnh 1(ພາບປະກອບ: VGP)

ຕາມຕົວເລກຂອງກະຊວງແຜນການ ແລະ ການລົງທຶນຫວຽດນາມ ແລ້ວ, ໄລ່ຮອດວັນທີ 20 ກໍລະກົດ, ຍອດຈຳນວນທຶນຈົດທະບຽນໂດຍກົງຈາກຕ່າງປະເທດ (FDI)  ເຂົ້າຫວຽດນາມ ເຊິ່ງໄດ້ຈົດທະບຽນນັບແຕ່ຕົ້ນປີບັນລຸ 16,7 ຕື້ USD, ຫຼຸດລົງ 11% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ນີ້ແມ່ນລະດັບຫຼຸດລົງຫຼາຍທີ່ສຸດນັບແຕ່ເມື່ອໂລກລະບາດໂຄວິດ-19 ແຜ່ລະບາດຄືນໃໝ່ໃນທ້າຍເດືອນ ເມສາ 2021 ແລະ ຕົ້ນເດືອນ ພຶດສະພາ 2021 ຢູ່ບັນດາແຂວງ ບັກນິງ, ບັກຢາງ.

ໃນຈຳນວນທຶນ FDI 16,7 ຕື້ USD ທີ່ດຶງດູດໃນໄລຍະຜ່ານມາ, ມີກວ່າ 1.000 ໂຄງການໄດ້ຮັບໃບຢັ້ງຢືນຈົດທະບຽນລົງທຶນ.

ກ່ຽວກັບຂົງເຂດລົງທຶນ, ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 18 ຂະແໜງ, ຂົງເຂດ; ໃນນັ້ນ, ອຸດສາຫະກຳປຸງແຕ່ງ, ການຜະລິດສືບຕໍ່ຢືນຢູ່ແຖວໜ້າ ດ້ວຍຍອດເງິນລົງທຶນບັນລຸກວ່າ 7,9 ຕື້ USD; ຖັດຈາກນັ້ນແມ່ນຂົງເຂດຜະລິດ, ດຳເນີນທຸລະກິດອະສັງຫາລິມະຊັບ…

ກ່ຽວກັບຄູ່ຮ່ວມມືລົງທຶນ, ໄດ້ມີ 86 ປະເທດ ແລະ ເຂດແຄ້ວນມີການລົງທຶນຢູ່ຫວຽດນາມ, ໃນນັ້ນ, ສິງກະໂປ ນຳໜ້າດ້ວຍຍອດຈຳນວນເງິນລົງທຶນ 5,92 ຕື້ USD, ຖັດຈາກນັ້ນແມ່ນ ຍີ່ປຸ່ນ 2,54 ຕື້ USD. ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 57 ແຂວງ, ນະຄອນໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ