ທຶນ FDI ເຂົ້າ ຫວຽດ​ນາມ ສືບ​ຕໍ່​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ

(VOVWORLD) -   ໃນ 3 ເດືອນຕົ້ນປີ, ທຶນປະຕິບັດບັນດາໂຄງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ບັນລຸປະມານກວ່າ 4,6 ຕື້ USD, ເພີ່ມຂຶ້ນກວ່າ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.   

ຕາມຕົວເລກຫຼ້າສຸດຂອງກົມລົງທຶນຕ່າງປະເທດ (ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ) ແລ້ວ, ໄລ່ຮອດວັນທີ 20 ມີນາ, ມີທຶນຈົດທະບຽນໃໝ່, ດັດປັບ ແລະ ປະກອບທຶນຊື້ຫຸ້ນ, ຊືື້ທຶນປະກອບຂອງນັກລົງທຶນຕ່າງປະເທດ ລວມມູນຄ່າກວ່າ 6,17 ຕື້ USD, ເພີ່ມຂຶ້ນ 13,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

        ຖ້າໄລ່ຕາມຂະແໜງການ, ບັນດານັກລົງທຶນຕ່າງປະເທດ ໄດ້ລົງທຶນເຂົ້າ 17 ໃນຈຳນວນ 21 ຂະແໜງເສດຖະກິດແຫ່ງຊາດ; ໃນນັ້ນ, ຂະແໜງອຸດສາຫະກຳປຸງແຕ່ງ, ປະດິດແຕ່ງ ນຳໜ້າດ້ວຍຍອດເງິນລົງທຶນບັນລຸກວ່າ 3,9 ຕື້ USD. ຂະແໜງດຳເນີນທຸລະກິດອະສັງຫາລິມະຊັບ ຢືນອັນດັບທີ 2. ຖັດຈາກນັ້ນແມ່ນບັນດາຂະແໜງຂາຍສົ່ງຂາຍຍ່ອຍ; ການເຄື່ອນໄຫວດ້ານວິຊາການ, ວິທະຍາສາດ - ເຕັກໂນໂລຢິ…

        ຖ້າໄລ່ຕາມຄູ່ຮ່ວມມືລົງທຶນ, ໃນ 3 ເດືອນຜ່ານມາ, ມີ 62 ປະເທດ ແລະ ເຂດແຄວ້ນໄດ້ລົງທຶນຢູ່ ຫວຽດນາມ. ໃນນັ້ນ, ສິງກະໂປ ໄດ້ນຳໜ້າ ດ້ວຍເງິນລົງທຶນທັງໝົດກວ່າ 2,55 ຕື້ USD. ຖັດຈາກນັ້ນແມ່ນ ຮົ່ງກົງ (ຈີນ), ຈີນ, ຍີ່ປຸ່ນ…

        ໃນ 3 ເດືອນຕົ້ນປີ, ທຶນປະຕິບັດບັນດາໂຄງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ບັນລຸປະມານກວ່າ 4,6 ຕື້ USD, ເພີ່ມຂຶ້ນກວ່າ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.   


ຕອບກັບ

ຂ່າວ/ບົດ​ອື່ນ