ທຶນຫນູນຊ່ວຍODAຂອງລັດຖະບານອົດຕາລິດປະກອບສ່ວນປົວແປງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກ

(VOVWORLD) -ຫນຶ່ງໃນບັນດາບຸລິມະສິດຂອງລັດຖະບານ ອົດຕາລິດ ແມ່ນການຮ່ວມມືດ້ານເສດຖະກິດກັບຫວຽດນາມ,
ທຶນຫນູນຊ່ວຍODAຂອງລັດຖະບານອົດຕາລິດປະກອບສ່ວນປົວແປງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Thomas Loidl ເອກອັກຄະລັດຖະທູດ ອົດຕາລິດ ປະຈຳຫວຽດນາມ

ທຶນຫນູນຊ່ວຍODAຂອງລັດຖະບານອົດຕາລິດປະກອບສ່ວນປົວແປງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກ.

ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນການຕ້ອນຮັບທ່ານ Thomas Loidl ເອກອັກຄະລັດຖະທູດ ອົດຕາລິດ ປະຈຳຫວຽດນາມ  ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ ໃນວັນທີ 7 ກັນຍາ. ທ່ານນາຍົກລັດຖະມົນຕີ ຕີລາຄາວ່າ ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ອົດຕາລິດ ໃນໄລຍະຜ່ານມາ ໄດ້ພັດທະນາຢ່າງຕັ້ງຫນ້າໃນຫລາຍຂົງເຂດ, ໃນນັ້ນ ມີການປະກອບສ່ວນຢ່າງຕັ້ງຫນ້າຂອງ ທ່ານເອກອັກຄະລັດຖະທູດ Thomas Loidl. ເພື່ອສ້າງພື້ນຖານຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃນຫລາຍຂົງເຂດ, ທ່ານນາຍົກລັດຖະມົນຕີ ປາດຖະຫນາຢາກສອງຝ່າຍສືບຕໍ່ຍູ້ແຮງການແລກປ່ຽນຄະນະຜູ້ແທນຂັ້ນສູງ. ທ່ານນາຍົກລັດຖະມົນຕີ ຖືວ່າ: ຄວາມສາມາດບົ່ມຊ້ອນການຮ່ວມມືດ້ານການຄ້າສອງປະເທດຍັງໃຫຍ່ຫລວງ ແລະ ປາດຖະຫນາຢາກຊຸກຍູ້ການຮ່ວມມືດ້ານການຄ້າຢ່າງແຮງກວ່າໃນໄລຍະຈະມາເຖິງ. ສ່ວນທ່ານເອກອັກຄະລັດຖະທູດThomas Loidl ໃຫ້ຮູ້ວ່າ: ຫນຶ່ງໃນບັນດາບຸລິມະສິດຂອງລັດຖະບານ ອົດຕາລິດ ແມ່ນການຮ່ວມມືດ້ານເສດຖະກິດກັບຫວຽດນາມ, ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ. ມີວິສາຫະກິດ ອົດຕາລິດ ຫລາຍແຫ່ງປາດຖະຫນາຢາກຮ່ວມມືລົງທຶນຢ່າງຍາວນານຢູ່ຫວຽດນາມ ເປັນຕົ້ນແມ່ນຂົງເຂດສາທາລະນະສຸກ. ລັດຖະບານ ອົດຕາລິດ ສືບຕໍ່ສະຫນອງ ທຶນ ODA ໃຫ້ແກ່ຫວຽດນາມ ໃນອະນາຄົດ ແລະ ຫນູນຊ່ວຍຫວຽດນາມ ຜັນຂະຫຍາຍຫລາຍໂຄງການ ODA ຢ່າງມີປະສິດທິຜົນ. 

ຕອບກັບ

ຂ່າວ/ບົດ​ອື່ນ