ທີ່​ປຶກ​ສາ ອີ​ຣານ ເສຍ​ຊີ​ວິດ​ໃນ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ ອິດ​ສະ​ລາ​ແອັນ ເລັ່ງ​ໃສ່​ຊີ​ຣີ

(VOVWORLD) -  ອົງການຕິດຕາມສິດທິມະນຸດ ຊີຣີ ໃຫ້ຮູ້ວ່າ ເຫດບຸກໂຈມຕີດັ່ງກ່າວຂອງ ອິດສະລາແອັນ ໄດ້ເຮັດໃຫ້ 16 ຄົນເສຍຊີວິດ, ລວມມີບັນດານັກຮົບ ຊີຣີ ແລະ ຕ່າງປະເທດ. 
ທີ່​ປຶກ​ສາ ອີ​ຣານ ເສຍ​ຊີ​ວິດ​ໃນ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ ອິດ​ສະ​ລາ​ແອັນ ເລັ່ງ​ໃສ່​ຊີ​ຣີ - ảnh 1ທ່ານ Saeed Abyar ທີ່ປຶກສາ IRGC (ພາບ: IRGC)

ຕາມສຳນັກຂ່າວສານ Tasnim ຂອງ ອີຣານ, ທ່ານ Saeed Abyar ແມ່ນໜຶ່ງໃນບັນດາທີ່ປຶກສາຂອງ ກຳລັງທະຫານພິທັກປະຕິວັດ  ອິດສະລາມ ອີຣານ (IRGC) ຂອງຊີຣີ , ໄດ້ເສຍຊີວິດໃນເຫດບຸກໂຈມຕີທາງອາກາດຂອງ ອິດສະລາແອັນ ເລັ່ງໃສ່ນະຄອນ Aleppo,  ທາງທິດເໜືອ ຂອງຊີຣີ ໃນວັນທີ 3 ມິຖຸນາ. ກ່ອນໜ້ານັ້ນ, ອົງການຕິດຕາມສິດທິມະນຸດ ຊີຣີ ໃຫ້ຮູ້ວ່າ ເຫດບຸກໂຈມຕີດັ່ງກ່າວຂອງ ອິດສະລາແອັນ ໄດ້ເຮັດໃຫ້ 16 ຄົນເສຍຊີວິດ, ລວມມີບັນດານັກຮົບ ຊີຣີ ແລະ ຕ່າງປະເທດ. ນີ້ແມ່ນເຫດບຸກໂຈມຕີຄັ້ງທຳອິດ ທີ່ເຮັດໃຫ້ເຈົ້າໜ້າທີ່ຄວາມໝັ້ນຄົງ ອີຣານໜຶ່ງຄົນ ເສຍຊີວິດ, ນັບແຕ່ເວລາເກີດການບຸກໂຈມຕີຂອງອິດສະລາແອັນ ເລັ່ງໃສ່ເຂດປະສົມ ສະຖານທູດ ອີຣານ ປະຈຳ ຊີຣີ ໃນວັນທີ 1 ເມສາ ເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງ ອີຣານ ແລະ ອິດສະລາແອັນ ເພີ່ມຂຶ້ນສູງ.

ອິດສະລາແອັນ ໄດ້ປະຕິບັດການບຸກໂຈມຕີນັບຮ້ອຍຄັ້ງເລັ່ງໃສ່ປະເທດບ້ານໃກ້ເຮືອນຄຽງທາງທິດເໜືອ, ນັບແຕ່ເວລາເກີດການປະທະກັນພາຍໃນປະເທດ ຊີຣີ, ສ່ວນຫຼາຍແມ່ນແນໃສ່ບັນດາສະຖານທີ່ໂດຍກອງທັບ ແລະ ກຸ່ມນັກຮົບໄດ້ຮັບການໜູນຫຼັງຈາກອີຣານ, ລວມມີ ກຳລັງ Hezbollah.

ຕອບກັບ

ຂ່າວ/ບົດ​ອື່ນ