ທິມ​ handball ຫາດ​ຊາຍ​ທະ​ເລ​ເພດ​ຊາຍ ຫວຽດ​ນາມ ​ເປີ​ດ​ສາກ​ດ້ວຍການ​ໄດ້​ຮັບ​ຊະ​ນະ​

(VOVWORLD) - ທິມ handball ຫາດຊາຍທະເລເພດຊາຍ ຫວຽດນາມ ໄດ້ເປີດສາກດ້ວຍການໄດ້ຮັບຊະນະ 2 – 0 ເຊັກຕໍ່ທິມແຮນບອນ ສິງກະໂປ. ນີ້ແມ່ນໄຊຊະນະທຳອິດຂອງຄະນະນັກກິລາ ຫວຽດນາມ ໃນຊີເກມ 31.
ທິມ​ handball ຫາດ​ຊາຍ​ທະ​ເລ​ເພດ​ຊາຍ ຫວຽດ​ນາມ ​ເປີ​ດ​ສາກ​ດ້ວຍການ​ໄດ້​ຮັບ​ຊະ​ນະ​ - ảnh 1ທິມ handball ຫາດຊາຍທະເລເພດຊາຍ ຫວຽດນາມ ໄດ້ເປີດສາກດ້ວຍການໄດ້ຮັບຊະນະ 2 – 0 ເຊັກຕໍ່ທິມແຮນບອນ ສິງກະໂປ

ຢູ່ນະຄອນ ກວ໋າງນິງ ຂອງ ຫວຽດນາມ, ປະເພດກິລາທຳອິດທີ່ຈັດການແຂ່ງຂັນໃນຊີເກມ 31 ແມ່ນ handball ຫາດຊາຍທະເລ. ຕອນບ່າຍວັນທີ 06 ພຶດສະພາ, ທິມ handball ຫາດຊາຍທະເລເພດຊາຍ ຫວຽດນາມ ໄດ້ເປີດສາກດ້ວຍການໄດ້ຮັບຊະນະ 2 – 0 ເຊັກຕໍ່ທິມແຮນບອນ ສິງກະໂປ. ນີ້ແມ່ນໄຊຊະນະທຳອິດຂອງຄະນະນັກກິລາ ຫວຽດນາມ ໃນຊີເກມ 31.

        ທິມແຮນບອນ ຫວຽດນາມ ຈະພົບກັບ ຟີລິບປິນ ໃນການແຂ່ງຂັນນັດຕໍ່ໄປ ທີ່ຈະດຳເນີນໃນຕອນແລງວັນທີ 7 ພຶດສະພາ. ນັກກິລາ ຫງວຽນກວາງຕູ໊ ໃຫ້ຂໍ້ສັງເກດວ່າ ສະມາຊິກທຸກຄົນໃນທິມ ລ້ວນແຕ່ມີຄວາມເຊື່ອໝັ້ນ ຕົນເອງແຕ່ກໍບໍ່ໄດ້ປະໝາດ ເພື່ອຮັກສາຫຼຽນຄຳ ທີ່ຍາດມາໄດ້ໃນ ຊີເກມ 30.

 

ຕອບກັບ

ຂ່າວ/ບົດ​ອື່ນ