ທິມກິລາບານເຕະ ຫວຽດນາມ ໄດ້ຮັບໄຊຊະນະໃນການແຂ່ງຂັນມິດຕະພາບກັບ ປາແລັດສະຕິນ

(VOVWORLD) - ທິມບານເຕະ ຫວຽດນາມ ເອົາຊະນະ ປາແລັດສະຕິນ 2 ປະຕູຕໍ່ 0.
ທິມກິລາບານເຕະ ຫວຽດນາມ ໄດ້ຮັບໄຊຊະນະໃນການແຂ່ງຂັນມິດຕະພາບກັບ ປາແລັດສະຕິນ - ảnh 1(ທິມບານເຕະ ຫວຽດນາມ)

            ຕອນຄ່ຳວັນທີ 11 ກັນຍາ, ຢູ່ສະໜາມກິລາ ທຽນເຈື່ອງ, ແຂວງ ນາມດິ້ງ, ໄດ້ຈັດການແຂ່ງຂັນບານເຕະມິດຕະພາບລະຫວ່າງທິມ ຫວຽດນາມ ແລະ ປາແລັດສະຕິ. ທິມບານເຕະ ຫວຽດນາມ ເອົາຊະນະ ປາແລັດສະຕິນ 2 ປະຕູຕໍ່ 0. ນີ້ແມ່ນໄຊຊະນະຄັ້ງທີ 3 ຂອງທິມຊາດ ຫວຽດນາມ (ກ່ອນໜ້ານີ້, ໃນເດືອນ ມິຖຸນາ, ຫວຽດນາມ ເອົາຊະນະທິມ ຮົ່ງກົງ (ຈີນ) ແລະ ຊີຣີ ດ້ວຍຄະແນນເທົ່າກັນຄື 1 ປະຕູຕໍ່ 0).

            ນີ້ແມ່ນພື້ນຖານທີ່ດີເພື່ອໃຫ້ທິມບານເຕະ ຫວຽດນາມ ມຸ່ງໄປເຖິງການແຂ່ງຂັນທີ່ສຳຄັນທີ່ຈະມາເຖິງແມ່ນການແຂ່ງຂັນຮອບຄັດເລືອກ Worldcup 2026.

ຕອບກັບ

ຂ່າວ/ບົດ​ອື່ນ