ທີມກອງທັບປະຊາຊົນ ຫວຽດນາມ ສ້າງຂີດໝາຍໃຫຍ່ທີ່ Army Games 2021

(VOVWORLD) -ພິທີອັດງານມະຫາກຳກິລາການທະຫານສາກົນຄັ້ງທີ 7 (Army Games 2021)  ໄດ້ຖືກຈັດຂຶ້ນໃນຕອນບ່າຍໃນວັນທີ 4 ກັນຍາ ຢູ່ ມົດສະກູ ປະເທດລັດເຊຍ
ທີມກອງທັບປະຊາຊົນ ຫວຽດນາມ ສ້າງຂີດໝາຍໃຫຍ່ທີ່ Army Games 2021 - ảnh 1ພິທີອັດງານມະຫາກຳກິລາການທະຫານສາກົນ Army Games 2021

   ທີມ ຫວຽດນາມ ຢືນອັນດັບ 7 ໃນຈຳນວນ 43 ປະເທດ ແລະ ເຂດແຄວ້ນໃນໂລກທີ່ເຂົ້າຮ່ວມງານມະຫາກຳກິລາ Army Games 2021. ເລື່ອງເປັນຄັ້ງທີ 4 ເຂົ້າຮ່ວມງານມະຫາກຳກິລາໃນຄັ້ງນີ້  ແມ່ນການສະແດງໃຫ້ເຫັນຄວາມເປັນເຈົ້າການຂອງກອງທັບປະຊາຊົນ ຫວຽດນາມ ໃນການເຄື່ອນໄຫວພົວພັນດ້ານການປ້ອງກັນຊາດກັບຕ່າງປະເທດ. ຍິ່ງກ່ວານັ້ນ ນີ້ກໍ່ແມ່ນການເຄື່ອນໄຫວຢ່າງແທດຈິງ ເພື່ອສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ ທັນສະໄໝ ປະກອບສ່ວນປະຕິບັດຍຸດທະສາດຫັນກອງທັບຂອງພັກ ແລະ ລັດເປັນທັນສະໄໝ.  

     ໃນການແຂ່ງຂັນ, ທີມກອງທັບ ຫວຽດນາມ ສາມາດຄວ້າໄດ້ 1 ຫຼຽນຄຳ 2 ຫຼຽນເງິນ 4 ຫຼຽນທອງ ພ້ອມກັບບັນດາລາງວັນດີເດັ່ນ ພິເສດຢູ່ແຕ່ລະລາຍການແຂ່ງຂັນ.

ຕອບກັບ

ຂ່າວ/ບົດ​ອື່ນ