ທິມຊາດບານເຕະ ຫວຽດນາມ ສູ້ຊົນແຂ່ງຂັນບັນລຸຜົນສຳເລັດທີ່ AFF Cup 2018

(VOVWORLD) - ເມື່ອນັ່ງຕິດຕາມບັນດານັກກິລາບານເຕະຝຶກແອບໂດຍກົງ, ທ່ານລັດຖະມົນຕີ ຫງວຽນງອັກທ້ຽນ ຫວັງວ່າ ທິມຊາດຈະແຂ່ງຂັນເພື່ອກຽດສັກສີຂອງຊາດ

ຕອນຄ່ຳວັນທີ 4 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນງອັກທ້ຽນ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ລົງຢື້ຢາມຖາມຂ່າວ, ລະດົມກຳລັງໃຈແກ່ທິມຊາດບານເຕະ ຫວຽດນາມ ກ່ອນທີ່ອອກເດີນທາງໄປ ສປປ ລາວ ເຂົ້າຮ່ວມນັດແຂ່ງຂັນຮອບຄັດເລືອກທຳອິດຂອງງານແຂ່ງຂັນຊິງຊະນະເລີດບານເຕະພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ປີ 2018 – AFF Cup ໃນວັນທີ 8 ພະຈິກ ກັບທິມຊາດບານເຕະ ສປປ ລາວ.

        ເມື່ອນັ່ງຕິດຕາມບັນດານັກກິລາບານເຕະຝຶກແອບໂດຍກົງ, ທ່ານລັດຖະມົນຕີ ຫງວຽນງອັກທ້ຽນ ຫວັງວ່າ ທິມຊາດຈະແຂ່ງຂັນເພື່ອກຽດສັກສີຂອງຊາດ, ບັນລຸຜົນງານດີທີ່ສຸດເພື່ອຕອບສະໜອງຄວາມຫວັງຂອງແຟນບານຂອງປະເທດຊາດ. ທ່ານລັດຖະມົນຕີ ຫງວຽນງອັກທ້ຽນ ກໍ່ຕັກເຕືອນວ່າ: ສະມາຊິກທຸກຄົນໃນທິມຕ້ອງມີການປະພຶດທີ່ດີໃນການແຂ່ງຂັນເພື່ອສະແດງໃຫ້ເຫັນວັດທະນະທຳຂອງຊາວ ຫວຽດນາມ, ຊ່ວຍໂຄສະນາພາບພົດຂອງປະເທດຊາດ ແລະ ປະຊາຊົນ ຫວຽດນາມ ເຖິງເພື່ອນມິດສາກົນໃຫ້ດີກ່ວາອີກ.

ຕອບກັບ

ອາຕຸ້ຍ

ຊົມເຊີຍຊົມເຊີຍທິມຊາດ ຫງຽດ

ຂ່າວ/ບົດ​ອື່ນ