ທິມຊາດບານເຕະຍິງຫວຽດນາມຝຶກຊ້ອມຢູ່ຍີ່ປຸ່ນໃນລະຫວ່າງວັນທີ 01 – 11 ສິງຫາ

(VOVWORLD) -ຕອນຄ່່ຳວັນທີ 30 ກໍລະກົດ, ຢູ່່ຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ Umeda Kunio ໄດ້ຈັດພິທີສົ່ງທິມບານເຕະຍິງຫວຽດນາມ ໄປຝຶກຊ້ອມຢູ່ນະຄອນ Mimasaka, ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 01 – 11 ສິງຫາ ເພື່ອກະກຽມໃຫ້ແກ້ງານມະຫາກຳກິລາອາຊີ (ASIAD) 2018.
ທິມຊາດບານເຕະຍິງຫວຽດນາມຝຶກຊ້ອມຢູ່ຍີ່ປຸ່ນໃນລະຫວ່າງວັນທີ 01 – 11 ສິງຫາ - ảnh 1 (ພາບປະກອບ: thethaovietnam.vn)

ທ່ານເອກອັກຄະລັດຖະທູດ Umeda Kunio ໃຫ້ຮູ້ວ່າ: ປີ 2018 2 ປະເທດຫວຽດນາມ - ຍີ່ປຸ່ນ ຈະສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (21 ກັນຍາ 1973 – 21 ກັນຍາ 2018). ຄາດວ່າ, ຈະມີການເຄື່ອນໄຫວສະເຫຼີມສະຫຼອງ 100 ເຫດການດຳເນີນຢູ່ 2 ປະເທດ. ພິທີສົ່ງທິມຊາດບານເຕະຍິງຫວຽດນາມ ແມ່ນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງທີ່ມີຄວາມໝາຍ. ທ່ານເອກອັກຄະລັດຖະທູດ Umeda Kunio ປາດຖະໜາວ່າ, ທິມຊາດບານເຕະຍິງຫວຽດນາມ ຈະບັນລຸເປົ້າໝາຍເຂົ້າຮ່ວມງານມະຫາກຳກິລາ Olympic 2020 ຢູ່ໂຕກຽວ.

ຕອບກັບ

ຂ່າວ/ບົດ​ອື່ນ