ທິມຊາດເຄມີກອງທັບປະຊາຊົນຫວຽດນາມ ຄ້ວາໄດ້ຫຼຽນເງິນໃນລາຍການຍິງປືນຢູ່ Army Games 2021

(VOVWORLD) -ວັນທີ 1 ກັນຍາ, ປະເທດເຈົ້າພາບຈີນໄດ້ຈັດພິທີມອບລາງວັນໃນການແຂ່ງຂັນຕ່າງໆໃນລາຍການ “ສະພາບແວດລ້ອມປອດໄພ” ໃນຂອບເຂດງານແຂ່ງຂັນກິລາການທະຫານສາກົນ Army Games  2021
ທິມຊາດເຄມີກອງທັບປະຊາຊົນຫວຽດນາມ ຄ້ວາໄດ້ຫຼຽນເງິນໃນລາຍການຍິງປືນຢູ່ Army Games 2021 - ảnh 1ທິມຊາດເຄມີກອງທັບປະຊາຊົນຫວຽດນາມພວມເຄື່ອນໄປເວທີແຂ່ງຂັນຍິງປືນ

    ໃນການແຂ່ງຂັນຍິງປືນ, ບັນດານັກຍິງປືນຂອງ ທິມຊາດເຄມີກອງທັບປະຊາຊົນຫວຽດນາມ ໄດ້ແຂ່ງຂັນຢ່າງດີເດັ່ນ ແລະ ສາມາດຄ້ວາໄດ້ຫຼຽນເງິນ. ນອກຈາກນັ້ນ, ໃນປີນີ້, ທິມຊາດເຄມີກອງທັບປະຊາຊົນຫວຽດນາມຍັງໄດ້ຮັບນາມມະຍົດສ່ວນບຸກຄົນໃນການແຂ່ງຂັນເຊັ່ນ: 2 ລາງວັນ “ນັກຍິງປືຮນດີເດັ່ນ”, 2 ລາງວັນ “ຫົວໜ້າຈຸຂັບລົດດີເດັ່ນ”, 1 ລາງວັນ “ ນັກສືບຂ່າວດີເດັ່ນ ” ແລະ 1 ລາງວັນ “ ຜູ້ຂັບລົດດີເດັ່ນ ”

ຕອບກັບ

ຂ່າວ/ບົດ​ອື່ນ