ທິມ​ບານ​ເຕະ Futsal ຫວຽດ​ນາມ ພົບ​​ກັບ​ທິມ​ບານ​ເຕະ Brazil ໃນ​ນັດ​​ແຂ່ງ​ຂັນທຳ​ອິດ​ຂອງ​ຮອບ​ຊິງ​ຊະ​ນະ​ເລີດ Futsal World Cup 2021

(VOVWORLD) -ທິມ Futsal ຫວຽດນາມ ຈະແຂ່ງຂັນກັບ ບຣາຊິນ, ປານາມາ, ສ.ເຊັກໂກ ຢູ່ສາຍ D ຕາມລຳດັບ ຢູ່ຮອບຊີງຊະນະເລີດ FIFA Futsal World Cup 2021. ຢູ່ນັດທຳອິດຈະພົບກັບທິມ Futsal ບຣາຊິນ ໃນເວລາ 00ໂມງ00ນາທີ ໃນວັນທີ 14 ກັນຍາ, ຕາມເວລາ ຫວຽດນາມ.
ທິມ​ບານ​ເຕະ Futsal ຫວຽດ​ນາມ ພົບ​​ກັບ​ທິມ​ບານ​ເຕະ Brazil ໃນ​ນັດ​​ແຂ່ງ​ຂັນທຳ​ອິດ​ຂອງ​ຮອບ​ຊິງ​ຊະ​ນະ​ເລີດ Futsal World Cup 2021 - ảnh 1ພາບປະກອບ: tuoitre.vn

ຮອບຊິງຊະນະເລີດ FIFA Futsal World Cup 2021 ເລີ່ມແຂ່ງຂັນໃນຕອນຄ່ຳວັນທີ 12 ກັນຍາ ຢູ່ Litva ດ້ວຍບັນດາຄູ່ແຂ່ງຂອງ ສາຍ A ແລະ B. ຢູ່ສາຍ B, ໂດຍແຂ່ງຂັນຢູ່ເດີນກິລາ Vilnius, ທິມລັດເຊຍ ເອົາຊະນະຢ່າງງາຍດ່າຍຕໍ່ທິມ ເອຢິບ  9 – 0, ໃນຂະນະນັ້ນ ອຸດເບກິດສະຖານ ເສຍໃຫ້ທິມ ກົວເຕມາລາ 4 – 5. ສ່ວນນັດທີ່ຂຶ້ນກັບສາຍ A, ຢູ່ເດີນກິລາ Kaunas, ກາຊັກສະຖານ ໄດ້ຊະນະຕໍ່ ໂກສະຕາຣິກາ 6 – 1.

ທິມ Futsal ຫວຽດນາມ ຈະແຂ່ງຂັນກັບ ບຣາຊິນ, ປານາມາ, ສ.ເຊັກໂກ ຢູ່ສາຍ D ຕາມລຳດັບ ຢູ່ຮອບຊີງຊະນະເລີດ FIFA Futsal World Cup 2021. ຢູ່ນັດທຳອິດຈະພົບກັບທິມ Futsal ບຣາຊິນ ໃນເວລາ 00ໂມງ00ນາທີ ໃນວັນທີ 14 ກັນຍາ, ຕາມເວລາ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ