ທິມບານເຕະ U23 ຫວຽດນາມ ເອົາຊະນະທິມ U23 ໄທ ດ້ວຍ 4 - 0

(VOVWORLD) -ໄຊຊະນະຂອງທິມ U23 ຫວຽດນາມ ດ້ວຍການເຕະເຂົ້າປະຕູຂອງບັນດານັກກິລາຄື: ຮ່າດຶກຈິງ, ຮວ່າງດຶກ, ແທ່ງຈູງ ແລະ ແທັງເຊີນ.

        ທິມບານເຕະ U23 ຫວຽດນາມ ຍາດໄດ້ໄຊຊະນະຕໍ່ທິມບານເຕະ U23 ໄທ ເຊິ່ງໄດ້ຮັບການຕີລາຄາວ່າ ແມ່ນທິມບານເຕະທີ່ແຂງແກນທີ່ສຸດໃນສາຍ K ດ້ວຍ 4 - 0, ຕາມນັ້ນແລ້ວ ທິມບານເຕະ U23 ຫວຽດນາມ ໄດ້ເຂົ້າຮອບຊີງຊະນະເລີດ U23 ອາຊີ 2020 ໂດຍກົງ ດ້ວຍຖານະເປັນທິມນໍາໜ້າສາຍ K, ຍາດໄດ້ໄຊຊະນະ 3 ນັດໃນຮອບຄັດເລືອກ ດ້ວຍ 11 ປະຕູ ແລະ ບໍ່ຖືກຄູ່ແຂ່ງຍິງເຂົ້າປະຕູຈັກລູກ.  ໄຊຊະນະຂອງທິມ U23 ຫວຽດນາມ ດ້ວຍການເຕະເຂົ້າປະຕູຂອງບັນດານັກກິລາຄື: ຮ່າດຶກຈິງ, ຮວ່າງດຶກ, ແທ່ງຈູງ ແລະ ແທັງເຊີນ.

ທິມບານເຕະ U23 ຫວຽດນາມ ເອົາຊະນະທິມ U23 ໄທ ດ້ວຍ 4 - 0 - ảnh 1  ທິມບານເຕະ U23 ຫວຽດນາມ ໄດ້ເຂົ້າຮອບຊີງຊະນະເລີດ U23 ອາຊີ 2020 ໂດຍກົງ ດ້ວຍຖານະເປັນທິມນໍາໜ້າສາຍ K

        ໃນນັດແຂ່່ງຂັນນີ້, ທິມບານເຕະ U23 ຫວຽດນາມ ສືບຕໍ່ໄດ້ຮັບກໍາລັງໃຈ ແລະ ການຊົມການເຊຍຂອງຜູ້ຊົມເກືອບ 4 ໝື່ນຄົນໃນສະໜາມກິລາ ໝີດິ່ງ ຂອງຫວຽດນາມ. ພາຍຫຼັງສິ້ນສຸດການແຂ່ງຂັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ລົງໄປແບ່ງປັນຄວາມມ່ວນຊື່ນ ກັບ ທິມບານເຕະ U23 ຫວຽດນາມຢູ່ສະໜາມ. ດ້ວຍໄຊຊະນະດັ່ງກ່າວ, ທິມບານເຕະ U23 ຫວຽດນາມ ຍັງໄດ້ຮັບການຍ້ອງຍໍຊົມເຊີຍຈາກສື່ມວນຊົນສາກົນຄື ເວັບໄຊສະຫະພັນບານເຕະອາຊີ (AFC), ເວັບໄຊ Fox Sport Asia ແລະ Siam Sports ຂອງໄທ.

        ສິ້ນສຸດຮອບຄັດເລືອກ U23 ອາຊີ, ບັນດາທິມທີ່ໄດ້ເຂົ້າແຂ່ງຂັນຮອບຕໍ່ໄປລວມມີ: ຫວຽດນາມ, ກາຕາ, ບາເຣັນ, ອີຣັກ, ສະຫະລັດອາຣັບເອມມີເລດ, ຈໍແດນ, ອຸດສະເບກິດສະຖານ, ສປປ.ເກົາຫຼີ, ສ.ເກົາຫຼີ, ຍີ່ປຸ່ນ, ຈີນ, ອົດສະຕາລີ, ອີຣານ, ຊີຣີ ແລະ ອາຣັບບີ ຊາອຸດິ. ສ່ວນທິມບານເຕະ U23 ໄທ ດ້ວຍຖານະເປັນປະເທດເຈົ້າພາບ, ສະນັ້ນກໍຕ້ອງໄດ້ເຂົ້າຮອບຊີງຊະນະເລີດຢ່າງແນ່ນອນ. ຮອບຊີງຊະນະເລີດ U23 ອາຊີ ຈະຖືກຈັດຂຶ້ນຢູ່ ໄທ ໃນປີ 2020. 16 ທິມຈະຖືກແບ່ງເປັນ 4 ສາຍເພື່ອແຂ່ງຂັນກັນ. 

ຕອບກັບ

ຂ່າວ/ບົດ​ອື່ນ