ທິມ​​ບານ​ເຕະ​ຊາຍ ຫວຽດ​ນາມ ຢືນ​ຢູ່​ອັນ​ດັບທີ 95 ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ FIFA

(VOVWORLD) -  ທິມບານເຕະຊາຍ ຫວຽດນາມ ຍັງຢືນຢູ່ອັນດັບທີ 95 ໃນໂລກ ແລະ ຢືນອັນດັບທີ 1 ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ 
ທິມ​​ບານ​ເຕະ​ຊາຍ ຫວຽດ​ນາມ ຢືນ​ຢູ່​ອັນ​ດັບທີ 95 ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ FIFA - ảnh 1ພາບປະກອບ: TTXVN

ຕອນບ່າຍວັນທີ 29 ມິຖຸນາ, ສະຫະພັນບານເຕະໂລກ (FIFA) ໄດ້ປະກາດຕາຕະລາງຈັດອັນດັບເດືອນມິຖຸນາ ປີ 2023. ທິມບານເຕະຊາຍ ຫວຽດນາມ ຍັງຢືນຢູ່ອັນດັບທີ 95 ໃນໂລກ ແລະ ຢືນອັນດັບທີ 1 ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ພາຍຫຼັງ ນັດເຕະ ມິຕະພາບໃນເດືອນນີ້. ທິມບານເຕະຊາຍ ຫວຽດນາມ ໄດ້ຮັບ 8,54 ຄະແນນ ພາຍຫຼັງເອົາຊະນະຕໍ່ທິມບານເຕະ ຮົງກົງ (ຈີນ) ແລະ ທິມບານເຕະ ຊີຣີ. ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ທິມບານເຕະໄທຂຶ້ນຢູ່ອັນດັບ 113 ໂລກ, ຖັດຈາກນັ້ນແມ່ນທິມບານເຕະ ຟີລິບປິນ ແລະ ມາເລເຊຍ ເຊິ່ງແມ່ນອັນດັບທີ 135 ແລະ 137 ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ