ທິມ​ບານ​ເຕະ​ຍິງ ຫວຽດ​ນາມ ​ເລັ່ງກະ​ກຽມ​ໃຫ້​ແກ່​ການ​ແຂ່ງ​ຂັນ​ນັດ​ທຳ​ອິດ​ຢູ່ World Cup ຍິງ 2023

(VOVWORLD) - ວັນທີ 22 ກໍລະກົດ, ຢູ່ ນິວຊີແລນ, ທິມບານເຕະຍິງ ຫວຽດນາມ ຈະແຂ່ງຂັນກັບທິມບານເຕະຍິງ ອາເມລິກາ.
ທິມ​ບານ​ເຕະ​ຍິງ ຫວຽດ​ນາມ ​ເລັ່ງກະ​ກຽມ​ໃຫ້​ແກ່​ການ​ແຂ່ງ​ຂັນ​ນັດ​ທຳ​ອິດ​ຢູ່ World Cup ຍິງ  2023 - ảnh 1ບັນດານັກກິລາບານເຕະ ຫວຽດນາມ ພວມຕັ້ງໜ້າຝຶກຊ້ອມ (ພາບ: VFF)

ເພື່ອກະກຽມໃຫ້ນັດແຂ່ງຂັນດັ່ງກ່າວໄດ້ເປັນຢ່າງດີນັ້ນ, ມື້ນີ້ ວັນທີ 19 ກໍລະກົດ, ທິມບານເຕະຍິງ ຫວຽດນາມ ຈະສືບຕໍ່ຝຶກຊ້ອມຕາມລາຍການ ເຊິ່ງຄະນະຄູຝຶກໄດ້ວາງອອກ. ເມື່ອໃຫ້ສຳພາດຕໍ່ວົງການສື່ມວນຊົນ ກ່ອນການຝຶກຊ້ອມ, ກອງກາງ ຢຽມມີ ໃຫ້ຮູ້ວ່າ:

        “ໃນການຝຶກຊ້ອມສອງສາມມື້ມໍ່ໆມານີ້, ຄູຝຶກ ມາຍດຶກຈູງ ໄດ້ມີການດັດປັບໃຫ້ທົ່ວທິມ ເພື່ອຫຼຸດຜ່ອນລາຍການຝຶກຊ້ອມເມື່ອທຽບໃສ່ອາທິດກ່ອນ ເພື່ອກ້າວເຂົ້າສູ່ນັດແຂ່ງຂັນສຳຄັນ. ນັກກິລາທຸກຄົນ ຜູ້ໃດກໍຕັດສິນໃຈ ແລະ ໃຜໆກໍກະຕືລືລົ້ນຕໍ່ນັດແຂ່ງຂັນທຳອິດນີ້”.

 ຫວຽດງາ - ນັກຂ່າວ VOV ປະຈຳ ອົດສະຕາລີ


ຕອບກັບ

ຂ່າວ/ບົດ​ອື່ນ