ທິມ​ບານ​ເຕະ​ແຫ່ງ​ຊາດ​ ຫວຽດ​ນາມ ສະ​ໜັ​ບ​ສະ​ໜູນ ເງິນ​ 300 ລ້ານ​ດົ່ງ ເຂົ້າ​ໃນ​ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19

(VOVWORLD) -ຄູ່ຝຶກ Park Hang –seo ໄດ້ສະແດງຄວາມເຊື່ອໝັ້ນວ່າ ຈິດໃຈ ສາມັກຄີກັນຂອງ ຫວຽດນາມ ຈະໄດ້ຮັບການເສີມຂະຫຍາຍໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19, ເພື່ອສືບຕໍ່ສ້າງຂຶ້ນປະເທດຫວຽດນາມ ແຫ່ງໄຊຊະນະ.
ທິມ​ບານ​ເຕະ​ແຫ່ງ​ຊາດ​ ຫວຽດ​ນາມ ສະ​ໜັ​ບ​ສະ​ໜູນ ເງິນ​ 300 ລ້ານ​ດົ່ງ ເຂົ້າ​ໃນ​ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 - ảnh 1ທິມບານເຕະ ຫວຽດນາມ ສະໜັບສະໜູນ ເງິນເປັນຈຳນວນ 300 ລ້ານດົ່ງ ເຂົ້າໃນກອງທຶນວັກຊິນກັນໂຄວິດ - 19

ໂດຍຕອບສະໜອງຕາມຄຳຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການສັກວັກຊິນກັນໂຄວິດ - 19 ໃຫ້ແກ່ທຸກຄົນ, ທິມບານເຕະຊາຍ ຫວຽດນາມ ທີ່ພວມແຂ່ງຂັນຮອບຄັດເລືອກທີ 2 World Cup 2020 ພາກພື້ນ ອາຊີ ຢູ່ ສະຫະລັດ ອາຣັບເອັມມີເລດ ໄດ້ເຫັນດີເປັນເອກະພາບ ສະໜັບສະໜູນເງິນເປັນຈຳນວນ 300 ລ້ານດົ່ງເຂົ້າກອງທຶນວັນຊິນກັນໂຄວິດ - 19. ໄລຍະທີ່ຜ່ານມາ, ໄຊຊະນະແຕ່ລະຄັ້ງຂອງທິນຊາດລ້ວນແຕ່ເຂັ້ມຂົ້ນໄປດ້ວຍຂີດໝາຍແຫ່ງນ້ຳໃຈ ຫວຽດນາມ, ນັ້ນແມ່ນ ຄວາມສາມັກຄີ, ແມ່ນເຈດຈຳນົງອົງອາດກ້ານແກ່ນ, ຄວາມຕັດສິນໃຈຢ່າງສູງ ແລະ ປະຕິບັດຕາມກົດລະບຽບ, ຮ່ວມແຮງຮ່ວມໃຈພ້ອມກັນພິຊິດ ບັນດາເປົ້າໝາຍທີ່ວາງອອກ. ຄູ່ຝຶກ Park Hang –seo ໄດ້ສະແດງຄວາມເຊື່ອໝັ້ນວ່າ ຈິດໃຈ ສາມັກຄີກັນຂອງ ຫວຽດນາມ ຈະໄດ້ຮັບການເສີມຂະຫຍາຍໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19, ເພື່ອສືບຕໍ່ສ້າງຂຶ້ນປະເທດຫວຽດນາມ ແຫ່ງໄຊຊະນະ.

ຕອບກັບ

ຂ່າວ/ບົດ​ອື່ນ