ທິມບານເຕະແຫ່ງຊາດຫວຽດນາມ ເປັນຄັ້ງທຳອິດສາມາດເຂົ້າແຂ່ງຂັນຮອບຄັດເລືອກທີ 3 World Cup 2022

(VOVWORLD) - ທິມບານເຕະຫວຽດນາມ ສ້າງປະຫວັດສາດ ເມື່ອເປັນຄັ້ງທຳອິດສາມາດເຂົ້າແຂ່ງຂັນໃນຮອບຄັດເລືອກສຸດທ້າຍຂອງ World Cup 2022
ທິມບານເຕະແຫ່ງຊາດຫວຽດນາມ ເປັນຄັ້ງທຳອິດສາມາດເຂົ້າແຂ່ງຂັນຮອບຄັດເລືອກທີ 3 World Cup 2022 - ảnh 1
ທິມບານເຕະແຫ່ງຊາດຫວຽດນາມ ເປັນຄັ້ງທຳອິດສາມາດເຂົ້າແຂ່ງຂັນຮອບຄັດເລືອກທີ 3 World Cup 2022

3 ປະຕູຕໍ່ 2 ແມ່ນຜົນຂອງການແຂ່ງຂັນບານເຕະໃນວັນທີ 15 ມິຖຸນາ ລະຫວ່າງທິມບານເຕະສະຫະລັດອາຣັບເອັມມີເຣດ (UAE) ແລະ ທິມບານເຕະແຫ່ງຊາດ ຫວຽດນາມ ທີ່ຮອບຄັດເລືອກທີ 2 World Cup 2022. ດ້ວຍໝາກຜົນດັ່ງກ່າວ, ເຖິງວ່າຖືກປະລາໄຊກໍ່ຕາມ ແຕ່ທິມບານເຕະຫວຽດນາມ ຍັງສ້າງປະຫວັດສາດ ເມື່ອເປັນຄັ້ງທຳອິດສາມາດເຂົ້າແຂ່ງຂັນໃນຮອບຄັດເລືອກສຸດທ້າຍຂອງ World Cup 2022, ກາຍເປັນ 1 ໃນຈຳນວນ 12 ທິມບານເຕະແຂງແຮງທີ່ສຸດອງອາຊີ. ທິມຊາດຫວຽດນາມ ໂດຍຄູຝຶກແມ່ນ Park Hang Seo ສືບຕໍ່ແຂ່ງຂັນດ້ວຍຖານະແມ່ນໜຶ່ງໃນຈຳນວນ 5 ທິມຢືນອັນດັບທີ 2 ມີຜົນງານດີທີ່ສຸດ (ດ້ວຍ 17 ຄະແນນ) ຢູ່ຮອບຄັດເລືອກທີ 3. ພາຍຫຼັງນັດແຂ່ງຂັນ, ນັກກິລາບານເຕະຫວຽດນາມ ມິງເວືອງ, ແບ່ງປັນວ່າ:

        “ຄວາມຈິງແລ້ວ ທິມບານເຕະໄດ້ມີການແຂ່ງຂັນດ້ວຍຄວາມມານະພະຍາຍາມທີ່ສຸດ, ເຖິງວ່າຕ້ອງແຂ່ງຂັນກັບຄູ່ແຂ່ງທີ່ໄດ້ຮັບຖືວ່າແມ່ນເຂັ້ມແຂງທີ່ສຸດໃນສາຍ G ກໍ່ຕາມ. ທິມບານເຕະໄດ້ແຂ່ງຂັນຢ່າງສຸດຈິດສຸດໃຈ ແລະ ສິ່ງສຳຄັນທີ່ສຸດແມ່ນທິນບານເຕະຫວຽດນາມ ສາມາດເຂົ້າແຂ່ງຂັນຮອບຄັດເລືອກທີ 3. ທິມບານເຕະຫວຽດນາມ ຈະມຸ່ງໄປເຖິງບັນດາເປົ້າໝາຍທີ່ດີງາມໃນບັນດານັດແຂ່ງຂັນຮອບຄັດເລືອກທີ 3”.

        ພິທີຈົກສະຫຼະການແຂ່ງຂັນຮອບຄັດເລືອກທີ 3 ຈະໄດ້ຈັດຂຶ້ນໃນວັນທີ 24 ມິຖຸນາ 2021.

ຕອບກັບ

ຂ່າວ/ບົດ​ອື່ນ