ທີມບານເຕະໂອແລມປີກຫວຽດນາມຝືກຊ້ອມກຽມເຂົ້າ ຮອບ 4 ທີມສຸດທ້າຍ ແຂ່ງຂັນກັບທີມ ບານເຕະຊີຣີ

(VOVWORLD) -ທີມບານເຕະໂອແລມປີກຫວຽດນາມ ກັບຄືນຝືກຊ້ອມ ເພື່ອກະກຽມເຂົ້າຮອບ 4 ທີມສຸດ ແຂ່ງຂັນກັບທີມບານເຕະ ຊີຣີ ໃນວັນທີ 27 ສິງຫາ. 

ທີມບານເຕະໂອແລມປີກຫວຽດນາມ ຈະຝືກຊ້ອມໃນເວລາ 2 ມື້ ຢູ່ ເຂດກິລາປະສົມ Gelora Bung Karno ຢູ່ ນະຄອນຫລວງ ຈາກາຕາ.

ການແຂ່ງຂັນບານເຕະລະຫວ່າງທີມບານເຕະໂອແລມປີກຫວຽດນາມ  ແລະ ຊີຣີ ຈະດຳເນີນໃນເວລາ 19 ໂມງຂອງວັນທີ 27 ສິງຫາ ຢູ່ ສະຫນາມກິລາ Bekasi ໃນພາບດຽວກັບການແຂ່ງຂັນລະຫວ່າງທີມທີມບານເຕະໂອແລມປີກ ສປປ ເກົາຫລີ ແລະ ທີມບານເຕະ ສະຫະລັດ ອາຣັບ ເອມີເຣດ ຢູ່ ສະຫນາມກິລາ Pakan Sari. ການແຂ່ງຂັນບານເຕະຮອບ 4 ທີມສຸດທ້າຍໃນສອງນັດກ່ອນນັ້ນ ແມ່ນ ທີມ ສເກົາຫລີ ພົບກັບ ທີມ ຢູເບກິສະຖານ ແລະ ທີມ ກາຢັກສະຖານ ພົບກັບ ທີມຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ