ທິມ​ລົດ​ຖັງ​ ຫວຽດ​ນາມ ຮອດ​ເສັ້ນ​ໄຊ​ທຳ​ອິດ​ໃນ​ມື້​ແຂ່ງ​ຂັນ​ທຳ​ອິດ​ຢູ່ Army Games

(VOVWORLD) -ສິ້ນສຸດການ “ແຂ່ງຂັນລົດຖັງ”, ທິມທີ 1 ຂອງທິມລົດຖັງຫວຽດນາມ ໄດ້ທຳລາຍທຸກເປົ້າໝາຍ ແລະ ຮອດເສັ້ນໄຊທຳອິດ ດ້ວຍເວລາ 28 ນາທີ 20 ວິນາທີ ແລະ ຖືກຕ້ອງຕາມກະຕິກາ.
ທິມ​ລົດ​ຖັງ​ ຫວຽດ​ນາມ ຮອດ​ເສັ້ນ​ໄຊ​ທຳ​ອິດ​ໃນ​ມື້​ແຂ່ງ​ຂັນ​ທຳ​ອິດ​ຢູ່ Army Games - ảnh 1 ທິມລົດຖັງ ຫວຽດນາມ ຮອດເສັ້ນໄຊທຳອິດໃນມື້ແຂ່ງຂັນທຳອິດຢູ່ Army Games

        ຕອນບ່າຍວັນທີ 24 ສິງຫາ, ທີ່ສະໜາມກິລາ Alabino, ຢູ່ຊານນະຄອນຫຼວງ ມົດສະກູ, ສະຫະພັນລັດເຊຍ, ທິມລົດຖັງຫວຽດນາມ ໄດ້ເຂົ້າຮ່ວມການແຂ່ງຂັນຮອບຄັດເລືອກ ຂອງການ “ແຂ່ງຂັນລົດຖັງ" ໃນຂອບເຂດ ງານມະຫາກຳກິລາການທະຫານສາກົນ (Army Games 2020). ທິມລົດຖັງ ຫວຽດນາມ ນອນໃນກຸ່ມທີ 1 ຂອງ ສາຍ 2, ແຂ່ງຂັນກັບບັນດາທິມລົດຖັງຂອງ ມຽນມາ, ກາຕາ ແລະ Ossetia ໃຕ້. ສິ້ນສຸດການ “ແຂ່ງຂັນລົດຖັງ”, ທິມທີ 1 ຂອງທິມລົດຖັງຫວຽດນາມ ໄດ້ທຳລາຍທຸກເປົ້າໝາຍ ແລະ ຮອດເສັ້ນໄຊທຳອິດ ດ້ວຍເວລາ 28 ນາທີ 20 ວິນາທີ ແລະ ຖືກຕ້ອງຕາມກະຕິກາ.

        ງານມະຫາກຳກິລາການທະຫານສາກົນ “Army Games 2020” ດຳເນີນແຕ່ວັນທີ 23 ສິງຫາ - 05 ກັນຍາ ເຊິ່ງຖືກດຳເນີນຢູ່ ສະໜາມກິລາ 23 ແຫ່ງຂອງ 5 ປະເທດ ອາແຊກໄບຊານ, ອາກເມເນຍ, ເບລາຣຸດ, ອຸດສະເບກິດສະຖານ ແລະ ລັດເຊຍ. ເຂົ້າຮ່ວມງານມະຫາກຳກິລາການທະຫານສາກົນປີນີ້ ມີ 156 ທິມ ມາຈາກ 32 ປະເທດ.

ວັນເທື່ອງ - ນັກຂ່າວ VOV  ປະຈຳ ລັດເຊຍ.


ຕອບກັບ

ຂ່າວ/ບົດ​ອື່ນ