ທິມ​ລົດ​ຖັງ​ຫວຽດ​ນາມ ສືບ​ຕໍ່​ບັນ​ລຸ​ຜົນ​ງານ​ສູງ​ໃນ​ງານ​ມະ​ຫ​າ​ກຳ​ກິ​ລາ​ການ​ທະ​ຫານ Army Games 2020

(VOVWORLD) -     ຕອນຄ່ຳວັນທີ 2 ກັນຍາ, ຕາມເວລາ ມົດສະກູ, ຄະນະຈັດຕັ້ງ ງານມະຫາກຳກິລາການທະຫານ Army Games 2020 ໄດ້ປະກາດໝາກຜົນການແຂ່ງຂັນຮອບຮອງຊະນະເລີດ ສາຍ 2 ຂອງການແຂ່ງຂັນລົດຖັງເຄື່ອນທີ່.
ທິມ​ລົດ​ຖັງ​ຫວຽດ​ນາມ ສືບ​ຕໍ່​ບັນ​ລຸ​ຜົນ​ງານ​ສູງ​ໃນ​ງານ​ມະ​ຫ​າ​ກຳ​ກິ​ລາ​ການ​ທະ​ຫານ Army Games 2020 - ảnh 1ທິມລົດຖັງຫວຽດນາມ ໄດ້ຢືນອັນດັບທີ 2 ຂອງຮອບຮອງຊະນະເລີດ ດ້ວຍເວລາ 2 ໂມງ 23 ນາທີ 16 ວິນາທີ  (ພາບ: TTXVN)

      ຕາມນັ້ນແລ້ວ, ທິມລົດຖັງຫວຽດນາມ ໄດ້ຢືນອັນດັບທີ 2 ຂອງຮອບຮອງຊະນະເລີດ ດ້ວຍເວລາ 2 ໂມງ 23 ນາທີ 16 ວິນາທີ, ຖັດຈາກ ມຽນມາ ດ້ວຍເວລາ 2 ໂມງ 18 ນາທີ 04 ວິນາທີ) ແລະ ໄດ້ເຂົ້າຮອບຊີງຊະນະເລີດ ພ້ອມກັບທິມລົດຖັງມາຈາກ ມຽນມາ, ລາວ, ຕັດຈີກິດສະຖານ.

        ໃນຂອບເຂດງານມະຫາກຳກິລາການທະຫານ Army Games 2020, ທິມຍິງບັ່ນທອນ ຂອງ ກອງທັບປະຊາຊົນຫວຽດນາມ ຍາດໄດ້ລາງວັນທີສອງ, ຖັດຈາກປະເທດເຈົ້າພາກ ເບລາຣຸດ ແລະ ຖັດຈາກຫວຽດນາມ ແມ່ນ ລັດເຊຍ ແລະ ອຸດສະເບກິດສະຖານ.

ຕອບກັບ

ຂ່າວ/ບົດ​ອື່ນ