ທິ​ມ​ລົດ​ຖັງ​ຫວຽດ​ນາມ ​ຮັບ​ຂັນແຊັມ ແລະ ​ຮັບ​ຫຼຽນ​ຄຳ ໃນ​ງານ​ມະ​ຫາ​ກຳ​ກິ​ລາ​ການ​ທະ​ຫານ​ສາ​ກົນ Army Games 2020

(VOVWORLD) -ຫວຽດນາມ ເຂົ້າເສັ້ນໄຊເປັນທິມທຳອິດ ດ້ວຍເວລາ 2 ຊົ່ວໂມງ 12 ນາທີ 47 ວິນາທີ.
ທິ​ມ​ລົດ​ຖັງ​ຫວຽດ​ນາມ ​ຮັບ​ຂັນແຊັມ ແລະ ​ຮັບ​ຫຼຽນ​ຄຳ ໃນ​ງານ​ມະ​ຫາ​ກຳ​ກິ​ລາ​ການ​ທະ​ຫານ​ສາ​ກົນ Army Games 2020 - ảnh 1ດ້ວຍເວລາ 2 ຊົ່ວໂມງ 12 ນາທີ 47 ວິນາທີ, ທິມລົດຖັງ ຫວຽດນາມ ຄວ້າໄດ້ຫຼຽນຄຳ ໃນງານມະຫາກຳກິລາການທະຫານ Army Games 2020 

          ຕອນຄ່ຳວັນທີ 4 ກັນຍາ ຕາມເວລາ ຮ່າໂນ້ຍ, ພິທີມອບລາງວັນ ການແຂ່ງຂັນ ລົດຖັງເຄື່ອນທີ່ ສາຍ 2 ໃນຂອບເຂດງານມະຫາກຳກິລາການທະຫານສາກົນ Army Games 2020 ຖືກຈັດຂຶ້ນຢ່າງສົມກຽດ ຢູ່ ສວນສາທາລະນະ Patriot, ຊານນະຄອນ ມົດສະກູ ຂອງ ສະຫະພັນ ລັດເຊຍ. ຢູ່ທີ່ນີ້, ພິທີຊັກທຸງຊາດຫວຽດນາມຂຶ້ນສູ່ຍອດເສົາໄດ້ດຳເນີນຢ່າງສົມກຽດ.

        ກ່ອນໜ້ານັ້ນ, ໃນຮອບຊີງຊະນະເລີດສາຍ 2, ທິມລົດຖັງຫວຽດນາມ ໄດ້ແຂ່ງຂັນເປັນຢ່າງດີທີ່ສຸດ ແລະ ຢືນອັນດັບທີ່ໜຶ່ງ ແລະ ຍິງຖືກ 13/24 ເປົ້າໝາຍ.

        ໝາກຜົນຂອງການແຂ່ງຂັນຮອບຊີງຊະນະເລີດ, ຫວຽດນາມ ເຂົ້າເສັ້ນໄຊເປັນທິມທຳອິດ ດ້ວຍເວລາ 2 ຊົ່ວໂມງ 12 ນາທີ 47 ວິນາທີ. ດ້ວຍໝາກຜົນດັ່ງກ່າວ, ທິມລົດຖັງ ຫວຽດນາມ ຄວ້າໄດ້ຫຼຽນຄຳ ໃນງານມະຫາກຳກິລາການທະຫານ Army Games 2020.

ແອັງຕູ໊, ວັນເທື່ອງ ນັກຂ່າວ VOV ປະຈຳ ລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ