ທິມຫວຽດນາມເຂົ້າຮ່ວມOlympicຟີຊິກສາກົນ2016ຍາດໄດ້2ຫຼຽນຄຳ

ທິມຫວຽດນາມເຂົ້າຮ່ວມOlympicຟີຊິກສາກົນ2016ຍາດໄດ້2ຫຼຽນຄຳ - ảnh 1
ລັດຖະມົນຕີກະຊວງສຶກສາ-ບຳລຸງສ້າງ ຟຸ່ງຊວນຍ້າ

(vovworld) – ​ ​ ວັນ​ທີ 18/07 ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ ​ໃຫ້​ຮູ້​ວ່າ ບັນດາ​ສະມາຊິກ​​ໃນທິມຊາດ ຫວຽດນາມ ​ເຂົ້າຮ່ວມ Olympic ຟີ​ຊິກ​​ສາກົນປີ 2016 ຢູ່ ສະ​ວິດ ລ້ວນ​ແຕ່​ຍາດ​ໄດ້​ລາງວັນ. ​ໃນ​ນັ້ນ​ມີ​ຫຼຽນ​ຄຳ 2 ຫຼຽນ, ຫຼຽນ​ເງິນ 2 ຫຼຽນ ​ແລະ ຫຼຽນ​ທອງ 1 ຫຼຽນ. 2 ຫຼຽນ​ຄ​ຳ​ແມ່ນ​ຂຶ້ນ​ກັບ​ນາງ ດິງທິ​ເຮືອງ​ຖາວ ​ແລະ ທ້າວ​ ຫງວຽນ​ເທ໋ກວຽນ. 2 ຫຼຽນ​ເງິນ​ແມ່ນ​ຂຶ້ນ​ກັບ​ທ້າວ ຫງວຽນ​ກວາງນາມ ​ແລະ ທ້າວ ຟ້າ​ມກວາງ​ມີ​ງ. ຫຼຽນ​ທອງ​ຂຶ້ນ​ກັບ​ທ້າວ ຟ້າ​ມງ້ອກນາ​ມ. ພິ​ເສດ​ແມ່ນ​ນາງ ດິງທິ​ເຮືອງ​ຖາວ ​ໄດ້​ຮັບ​ລາງວັນ​ພິ​ເສດ “ນັກ​ຮຽນ​ຍິງ​ອາຊີ​ບັນລຸ​ໝາກ​ຜົນ​ສູງ​ສຸດ” ​​ໂດຍ​ສະມາຄົມ​ຟີ​ຊິກ​ ອາຊີ - ປາຊີ​ຟິກມອບ​ໃຫ້.

        Olympic ຟີ​ຊິກ​ສາດ​ສາກົນປີ 2016 ​ໂດ​ຍ ສະ​ວິດ ​ແລະ Lichtenstein ພ້ອມ​ກັນ​​ເປັນ​ເຈົ້າພາບ​ຈັດ​ຕັ້ງຢູ່​ມະຫາວິທະຍາ​ໄລ Zurich, ສະ​ວິດ ນັບ​ແຕ່​ວັນ​ທີ 11 ມາ​ຮອດ 17/07

        ກະຊວງສຶກສາ ​ແລະ ບຳລຸງ​ສ້າງຈະ​ຈັດ​ຕັ້ງ​ພິທີ​ຕ້ອນຮັບ ​ແລະ ມອບ​ລາງວັນ​ໃຫ້​ຄະນະ​ເຂົ້າ​ຮ່ວມ Olympic ຟີ​ຊິກ​ສາກົນປີ 2016 ຢູ່​ສະໜາມ​ບິນ​ສາ​ກົນ​ ​ໂນ້ຍບ່າຍ ​​ໃນ​ວັນ​ທີ 19/07.

ຂ່າວ/ບົດ​ອື່ນ