ທົ່ວກອງທັບຊາບຊຶມ ແລະ ຜັນຂະຫຍາຍປະຕິບັດມະຕິກອງປະຊຸມສູນກາງຄັ້ງທີ 4 ຊຸດທີ 11

ທົ່ວກອງທັບຊາບຊຶມ ແລະ ຜັນຂະຫຍາຍປະຕິບັດມະຕິກອງປະຊຸມສູນກາງຄັ້ງທີ 4 ຊຸດທີ 11 - ảnh 1
ທົ່ວ​ກອງທັບ​ຊາບ​ຊຶມ ​ແລະ ຜັນ​ຂະຫຍາຍປະຕິບັດ​ມະຕິ​
ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 4 ຊຸດ​ທີ 11

(ພາບ: baomoi.com)

(vovworld) - ຕອນ​ເຊົ້າ​ວັນ​ທີ 19/3, ຢູ່​ຮ່າ​ໂນ​້ຍ, ຄະນະ​ປະຈຳ ​ຄະນະ​ພັກ​ການ​ທະຫານສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ຈັດ​ຕັ້ງ​ກອງ​ປະຊຸມ​ພະນັກງານ​ຫຼັກ​ແຫຼ່ງທົ່ວ​ກອງທັບ​ຊາບ​ຊຶມ ​ແລະ ຜັນ​ຂະຫຍາຍປະຕິບັດ​ມະຕິກອງ​ປະຊຸມ​ສູງ​ກາງ​ພັກ​ກອມ​ມູນິດ​ຫວຽດນາມຄັ້ງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ “ບາງ​ບັນຫາ​ຮີບ​ດ່ວນ​​ໃນການ​ກໍ່ສ້າງ​ພັກ​​ປະຈຸ​ບັນ“. ທ່ານ​ພົນ​ເອກ ຟູ່ງກວາງ​ແທງ, ກ​ຳມະ​ການ​ກົ​ມການ​ເມືອງ, ຮອງ​ເລຂາຄະນະ​ພັກ​ການ​ທະຫານສູນ​ກາງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ມະຕິ​ສຳຄັນ​ທີ່​ສຸດ​ທີ​ມີ​ຕໍ່​ການ​ພັດທະນາ​ປະ​ເທດ​ຊາດ​ໃນ​ໄລຍະ​ໃໝ່​ຂອງ​ການ​ປະຕິວັດ​ຫວຽດນາມ, ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ທົ່ວ​ປວງ​ຊົນ. ທ່ານ​ລັດຖະມົນຕີ ຟູ່ງກວາງ​ແທງ​ເນັ້ນ​ໜັກ​ວ່າ: ​ເລຂາ​ຄະນະ​ພັກ​, ຖັນ​ແຖວ​ພະນັກງານ​ການນຳ, ຄະນະ​ພັກ​ການ​ທະຫານ​, ກຳມະການ​ການ​​ເມືອງ​ທຸກ​ຂັ້ນ​ຕ້ອງ​ເຫັນ​ໄດ້​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ເພື່ອ​ເປັນ​ແບບຢ່າງ, ຕື່ນຕົວປະຕິບັດ ​ແລະ ຊີ້​ນຳ, ຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ກອມມູນ​ິດ ຫວຽດນາມ​ຄັ້ງ​ທີ 4 ຊຸດ​ທີ 11 ​ໃນ​ຖານະ​ວຽກ​ງານ ​ແລະ ຂົງ​ເຂດ​ທີ່​ຕົນ​ຮັບຜິດຊອບ.

ຂ່າວ/ບົດ​ອື່ນ