ທົ່ວປະເທດຮ່ວມແຮງ ຮ່ວມໃຈພ້ອມກັບກຳລັງ ຕຳຫຼວດທະເລແລະກວດກາການປະມົງຫວຽດນາມຮັກສາອະທິປະໄຕທະເລ,ໝູ່ເກາະ

ທົ່ວປະເທດຮ່ວມແຮງ ຮ່ວມໃຈພ້ອມກັບກຳລັງ ຕຳຫຼວດທະເລແລະກວດກາການປະມົງຫວຽດນາມຮັກສາອະທິປະໄຕທະເລ,ໝູ່ເກາະ - ảnh 1
ຕຳຫຼວດທະເລ ຫວຽດນາມ
(ພາບ: dantri.com.vn)

(vovworld) – ວັນ​ທີ 12/5, ຢູ່ ຮ່າ​ໂນ້ຍ, ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ພ້ອມ​ກັບ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ດແຫ່ງ​ຊາດ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການ​ມອບ​ຂອງຂວັນ​ທີ່​ມີ​ມູນ​ຄ່າ 1,2 ຕື້​ດົ່ງ​ເພື່ອ​ລະດົມ​ກຳລັງ​ໃຈ ​ແລະ ໜູນ​ຊ່ວຍ​ດ້ານ​ວັດຖຸ​ສຳລັບ​ກຳລັງ​ຕຳຫຼວດ​ທະ​ເລ ​ແລະ ກຳລັງ​ກວດກາ​ການ​ປະມົງ ຫວຽດນາມ ທີ່​ໄດ້ ​ແລະ ພວມ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ປົກ​ປ້ອງ​ຊາວ​ປະມົງ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ​ບົນ​ທະ​ເລ.

    ​ພົນ​ຈັດຕະວາ ຮ່ວາງ​ວັນ​ດົ່ງ, ຮອງ​ກຳມະການ​ການ​ເມືອງ​ກອງ​ບັນຊາ​ການ​ຕຳຫຼວດ​ທະ​ເລ ຫວຽດນາມ ​ແລະ ທ່ານ ຫງວຽນ​ວັນ​ຈູງ, ​ຮອງ​ຫົວໜ້າ​ກົມ​ໃຫຍ່​ກວດກາ​ການ​ປະມົງ ຫວຽດນາມ ​ໄດ້​ຂອບ​ອົກ​ຂອບ​​ໃຈ​ປະຊາຊົນ, ພໍ່​ແມ່​ປະຊາຊົນ​ໃນ​ທົ່ວ​ປະ​ເທດ, ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຍາມ​​ໃດ​ກໍ່​ລະດົມ​ບັນ​ດາ​ນັກຮົບ, ບັນດາ​ນັກ​ກວດກາ​ການ​ປະມົງທີ່​ໄດ້​ຢືດໝັ້ນ​​ຕໍ່ສູ້​ກັບ​ບັນດາ​ການ​ກະທຳ​ຂອງ ຈີ​ນ ທີ່ລະ​ເມີດ​ອະທິປະ​ໄຕ ​ແລະ ອຳນາດ​ສານ​ໃນ​ເຂດ​​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະວີບ​ຂອງ ຫວຽດນາມ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເຖິງ​ວ່າ​ມີ​ຄວາມ​ຫຍຸ້ງຍາກ, ລຳບາກ ​ແລະ ອັນຕະລາຍ​ແນວ​ໃດ​ກໍ່ຕາມ, ຕຳຫຼວດ​ທະ​ເລ ​ແລະ ກຳລັງ​ກວດກາ​ການ​ປະມົງ​ແຕ່ລະຄົນ ກໍ່​ຢືດໝັ້ນ​ຕິດ​ພັນ​ກັບ​ທະ​ເລ ​ເພື່ອ​ປົກ​ປັກ​ຮັກ​ສາ​ທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ແຂວງ ບ່າ​ເຣ້ຍ - ຫວູງ​ເຕົ່າ, ບໍລິສັດ​ໃຫຍ່​ຝຸ່ນ​ ​ແລະ ​ເຄມີ​ນ້ຳມັນ​ອາຍ​ແກ​ດ (PVFCCo) ​ໄດ້​ມອບ​ສົ່ງ​ເຮືອ​ອີ​ໂມລາ​ດຕາ​ເວນ ​ໃຫ້​ແກ່​ກຳລັງ​ຕຳຫຼວ​ດທະ​ເລ ຫວຽດນາມ.

    ​ໃນ​ວັນ​ທີ 12/5, ຜູ້ຕາງໜ້າ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແຂ​ວງ ກວາງ​ຫງາຍ, ຕາງໜ້າ​ໃຫ້​ກອງ​ທຶນ​ໜູນ​ຊ່ວຍ​ຊາວ​ປະມົງ, ຄະນະ​ຊາວ​ໜຸ່ມ​ແຂ​ວງ, ສະມາຄົມ​ນັກຮົບ​ເກົ່າ ​ແລະ ສະມາຄົມ​ແມ່ຍິງ ​ແຂວງ ກວາງ​ຫງາຍ ​ໄດ້​ໄປ​ຢ້ຽມຢາມ​ຖາມ​ຂ່າວ, ລະ​ດົມ​ກຳລັງ​ໃຈ, ມອບ​ເງິນ​ໜູນ​ຊ່ວຍ​ໃຫ້​ຕຳຫຼວດ​ທະ​ເລ​ເຂດ 2 ​ແລະ ຊາວ​ປະມົງ​ເມືອງ ຫຼີ​ເຊີນ ທີ່ມີ​ພາຫະນະ​ຫາ​ປາ​ຖືກ​ເປ​​ເພ​​ຍ້ອນ​ກຳ່​ປັນ​ຂອງ ຈີນ ບຸກ​ໂຈມ​ຕີ. ຄະນະ​ໄດ້​ມອບ​ຈຳນວນ​ເງິນ 110 ລ້ານ​ດົ່ງ​ໃຫ້​ແກ່​ຕຳຫຼວດ​ທະ​ເລ​ເຂດ 2 ​ແລະ ກ່ວາ 400 ລ້ານ​ດົ່ງ​ໃຫ້​ຊາວ​ປະມົງ ຫງວຽນ​ໂລກ ​ຢູ່​ຕາ​ແສງ ອານ​ຫວີ​ງ, ​ເມືອງ ຫຼີ​ເຊີນ, ​​ເຊິ່ງແມ່ນ​ເຈົ້າຂອງ​ກຳ່​ປັນ QNg 96416 ທີ່​ຖືກ​ເປ​ເພ​ຍ້ອນ​ກຳ່​ປັນ ຈີນ ​ຕຳ່​ໃສ່.

   ສະມາຄົມທ່າ​ກຳ່​ປັນ​ເຂດ​ໄຫຼ່​ທະວີບ ຫວຽດນາມ, ຂຶ້ນ​ກັບ​ສະຫະພັນ​ບັນດາ​ສະມາຄົມ​ວິ​ທະຍາ​ສາດ ​ແລະ ​ເຕັກນິກ ຫວຽດນາມ ຫາ​ກໍ່​ອອກ​ຖະ​ແຫຼ​ງການ​ຄັດຄ້ານ​ການ​ເຄື່ອນໄຫວ​ຜິດ​ກົດໝາຍ​ຂອງ​ບໍລິສັດໃຫຍ່​ນ້ຳມັນ​ອາຍ​ແກ​ດ ​ໄຮ​ຢາງ, ປະ​ເທດ ຈີນ ຢູ່​ເຂດ​ເສດຖະກິດ​ຈຳ​ເພາະໃນ​ທະ​ເລ​ພາກ​ກາງ ຫວຽດນາມ. ສະມາຄົມທ່າ​ກຳ່​ປັນ​ເຂດ​ໄຫຼ່​ທະວີບ ຫວຽດນາມ ​ໄດ້​ກ່າວ​ປະນາມ​ການ​ກະທຳ​ຜິ​ດພາດ​ດັ່ງກ່າວ​ຂອງ​ບໍລິສັດ​ໃຫຍ່ນ້ຳມັນ​ອາຍ​ແກ​ດ ​ໄຮ​ຢາງ ​ແລະ ຮຽກຮ້ອງ​ໃຫ້​ບໍລິສັດ​ໃຫຍ່ນ້ຳມັນ​ອາຍ​ແກ​ດ ​ໄຮ​ຢາງ ຂອງ ຈີນ ຢຸດຕິ​ບັນດາ​ການ​​ເຄື່ອນ​ໄຫວ​ຜິດ​ກົດໝາຍ ​ແລະ ​ຖອນ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981 ອອກ​ຈາກ​ເຂດ​ທະ​ເລ​ຂອງ ຫວຽດນາມ ໃນທັນທີ.

  ແລະກໍ່ໃນວັນ​ທີ 12/5, ສູນ​ກາງ​ສະພາກາ​ແດງ​ຫວຽດນາມ ສົມທົບ​ກັບ​ກອງ​ບັນຊາ​ການ​ກອງທັບ​ເຮືອ​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ​ໃຫ້​ພະນັກງານ, ນັກຮົບ ​ແລະ ປະ​ຊາ​ຊົນ​ທີ່​ພວມ​ປະຕິບັດ​ໜ້າ​ທີ່ຢູ່​ເມືອງ​ເກາະ​ເຈື່ອງ​ຊາ ​ແລະ ກຸ່ມ​ເຮືອນຮ້ານ DK1. ການ​ຢ້ຽມຢາມ​ເພື່ອ​ແນ​ໃສ່​ລະດົມ​ກຳລັງ​ໃຈ ​ແລະ ມອບ​ຂອງຂວັນ​ໃຫ້​ພະນັກງານ, ນັກຮົບ ​ແລະ ປະຊາຊົນ ​ ຍົກ​ສູງ​ສະຕິ, ນຳ້​ໃຈ​ຮັບຜິດຊອບ ກ່ຽວ​ກັບ​ອະທິປະ​ໄຕທະ​ເລ, ​ເກາະ​ຂອງ​ປະ​ເທດ​ຊາດ​ໃຫ້​ແກ່​ພະນັກງານ​ສະພາກາ​ແດງ​ຫວຽດນາມ. ປະກອບສ່ວນ​ປະຕິບັດ​ລາຍການ​ສົມທົບ​ລະຫວ່າງ​ສູນ​ກາງ​ສະພາກາ​ແດງ ​ແລະ ກົມ​ໃຫຍ່​ການ​ເມືອງ​ກອງ​ທັບປະຊາຊົນ​ຫວຽດນາມ ​ແລະ ກໍ່​​ໃນ​ລາຍການ​ນີ້, ສະພາກາ​ແດງ 27 ​ແຂວງ, ນະຄອນ ​ໄດ້​ຂົນຂວາຍ​ການ​ບໍລິຈາກ​ເງິນ​ສະໜັບສະໜູນ​ທະຫານ ​ແລະ ປະຊາຊົນ​ຢູ່​ເກາະ​ເຈື່ອງ​ຊາ ​ແລະ ​ເຮືອນຮ້ານ DK1 ດ້ວຍ​ຈຳນວນ​ເງິນ​ເກືອບ 600 ລ້ານ​ດົ່ງ ​ເພື່ອ​ມອບ​ໃຫ້​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ເມືອງ​ເກາະ​ເຈື່ອງ​ຊາ.


ຂ່າວ/ບົດ​ອື່ນ