ທົ່ວລະບົບແນວໂຮມປະເທດຊາດເຂົ້າຮ່ວມການສະກັດກັ້ນໂລກລະບາດຢ່າງຂ້ຽວຂາດ

(VOVWORLD) - ທົ່ວລະບົບແນວໂຮມປະເທດຊາດ ແລະ ບັນດາອົງການສະມາຊິກຕ້ອງເຂົ້າຮ່ວມຢ່າງຂ້ຽວຂາດເພື່ອພ້ອມກັບລັດຖະບານ, ອຳນາດການປົກຄອງທ້ອງຖິ່ນຕ່າງໆສະກັດກັ້ນໂລກລະບາດ.
ທົ່ວລະບົບແນວໂຮມປະເທດຊາດເຂົ້າຮ່ວມການສະກັດກັ້ນໂລກລະບາດຢ່າງຂ້ຽວຂາດ - ảnh 1 (ທ່ານ ເຈິ່ນແທັງເໝິນ, ປະທານຄະນະກຳມະການປະຊາຊົນສູນກາງແນວໂຮມປະເທດຊາດຫວຽດນາມ)

ຕອນບ່າຍວັນທີ 11 ມີນາ, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຜ່ານເຄືອຂ່າຍທາງອອນລາຍໜ້າທີ່ເພີ່ມທະວີວຽກງານປ້ອງກັນ, ຄວບຄຸມໂລກລະບາດ Covid-19. ກອງປະຊຸມໄດ້ເຊື່ອມຕໍ່ 63 ແຂວງ, ນະຄອນໃນທົ່ວປະເທດ. ທີ່ກອງປະຊຸມ, ຕໍ່ໜ້າສະພາບໂລກລະບາດພວມຜັນແປໄປຢ່າງສັບສົນນັ້ນ, ທ່ານ ເຈິ່ນແທັງເໝິນ, ປະທານຄະນະກຳມະການປະຊາຊົນສູນກາງແນວໂຮມປະເທດຊາດຫວຽດນາມ ສະເໜີວ່າ, ທົ່ວລະບົບແນວໂຮມປະເທດຊາດ ແລະ ບັນດາອົງການສະມາຊິກຕ້ອງເຂົ້າຮ່ວມຢ່າງຂ້ຽວຂາດເພື່ອພ້ອມກັບລັດຖະບານ, ອຳນາດການປົກຄອງທ້ອງຖິ່ນຕ່າງໆສະກັດກັ້ນໂລກລະບາດ. ເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດ, ໜ່ວຍຊຸມຊົນ, ບັນດາອົງການຈັດຕັ້ງສະມາຊິກໃນບັ້ນຂົນຂວາຍປະຊາຊົນຈົ່ງມີຄວາມທຸ່ນທ່ຽນໃຈໃນການປ້ອງກັນ, ຄວບຄຸມໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ