​ທົ່ວ​ໂລກ ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກວ່າ 86,8 ລ້ານ​ຄົນ

(VOVWORLD) - ຕາມເວັບໄຊ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 6 ມັງກອນ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 86,8 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 1.874.297 ຄົນ.
​ທົ່ວ​ໂລກ ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກວ່າ 86,8 ລ້ານ​ຄົນ - ảnh 1ພະນັກງານການແພດ ຢູ່ ເຊີອູນ, ສ.ເກົາຫຼີ ເອົາຕົວຢ່າງກວດຫາເຊື້ອໄວຣັດ (ພາບ: Yonhap/ TTXVN)

ຢູ່ເອີຣົບ, ຈຳນວນຜູ້ຕິດເຊື້ອໂຄວິດ - 19 ລາຍໃໝ່ຢູ່ ອັງກິດ ໄດ້ລື່ນກາຍ 60.000 ກໍລະນີ ແລະ ມີ 830 ກໍລະນີເສຍຊີວິດ ຕໍ່ວັນ. ຢູ່ ເຢຍລະມັນ, ວັນທີ 5 ມັງກອນ, ທ່ານນາງນາຍົກລັດຖະມົນຕີ Angela Merkel  ແລະ ຜູ້ວ່າການລັດຕ່າງໆ ໄດ້ເຫັນດີແກ່ຍາວບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດທີ່ພວມນຳໃຊ້ໃນປັດຈຸບັນຈົນຮອດວັນທີ 31 ມັງກອນ, ພ້ອມທັງຈັດວາງເພີ່ມເຕີມບັນດາມາດຕະການປ້ອງກັນ, ສະກັດກັ້ນຢ່າງເຂັ້ມງວດກວ່າ ເພື່ອຄວບຄຸມການແຜ່ລາມຂອງໂລກລະບາດ.

        ຢູ່ຕາເວັນອອກກາງ, ອີຣານ ໄດ້ຢັ້ງຢືນກໍລະນີຕິດເຊື້ອໄວຣັດສາຍພັນໃໝ່ SARS – CoV-2 ເປັນລາຍທຳອິດ. ວັນທີ 5 ມັງກອນ, ອີຣານ ຢັ້ງຢືນວ່າ ມີຜູ້ຕິດເຊື້ອໃໝ່ 6.113 ຄົນ, ໄດ້ຍົກຈຳນວນຜູ້ຕິດເຊື້ອຢູ່ປະເທດນີ້ຂຶ້ນເປັນ 1.255.620 ຄົນ ແລະ ມີຜູ້ເສຍຊີວິດ 55.748 ຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ