ທ​ົ່ວ​ໂລກ ມີ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ກວ່າ 109,6 ລ້ານ​ຄົນ

(VOVWORLD) -

        ໄລ່ຮອດຕອນເຊົ້າວັນທີ 16 ກຸມພາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍກວ່າ 109,6 ລ້ານຄົນ, ໃນນັ້ນ ມີກວ່າ 2,41 ລ້ານຄົນ ເສຍຊີວິດຍ້ອນໂລກລະບາດດັ່ງກ່າວ.

        ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍ້ອນໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອກວ່າ 28,29 ລ້ານຄົນ ແລະ ມີ ກວ່າ 497.800 ຄົນເສຍຊີວິດ. ໃນໜຶ່ງວັນຜ່ານມາ, ອາເມລິກາ ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກກວ່າ 34.800 ຄົນ. ຖັດຈາກ ອາເມລິກາ ແມ່ນ ອິນເດຍ ແລະ ບຣາຊິນ.

        “ບັງຄັບໃຫ້ແຍກຕົວລວມໝູ່ສຳລັບຜູ້ທີ່ມາຈາກບັນດາປະເທດມີຄວາມສ່ຽງຕິດເຊື້ອສູງ ແມ່ນມາດຕະການໃໝ່ຂອງ ອັງກິດ ເຊິ່ງເລີ່ມມີຜົນສັກສິດແຕ່ ວັນທີ 15 ກຸມພາ ເພື່ອສະກັດກັ້ນການແຜ່ລາມຂອງເຊື້ອໄວຣັດ SARS – CoV – 2. ຕາມນັ້ນແລ້ວ, ບຸກຄົນທີ່ມາຈາກ 33 ປະເທດທີ່ນອນໃນ “ບັນຊີແດງ” ນັ້ນ ຈະຕ້ອງປະຕິບັດການແຍກຕົວໃນເວລາ 10 ວັນ ຢູ່ ໂຮງແຮມແຫ່ງຕ່າງໆ ຕາມການບົ່ງຕົວຂອງລັດຖະບານ ອັງກິດ. ບັນດານັກວິທະຍາສາດ ອັງກິດ ໃຫ້ຮູ້ວ່າ ປະເທດປະກົດມີໄວຣັດກາຍພັນໃໝ່ຈາກ ເຊື້ອໄວຣັດ SARS – CoV – 2 ຕື່ມອີກໜຶ່ງພັນ ເຊິ່ງໄດ້ຕັ້ງຊື່ວ່າ B1525. ໄວຣັດສາຍພັນໃໝ່ດັ່ງກ່າວ ອາດຈະມີການປ່ຽນແປງຫຼາຍຢ່າງທີ່ໜ້າວິຕົກກັງວົນກວ່າ, ໃນສະພາບທີ່ຫຼາຍປະເທດຍັງລຳບາກຍາກຊາຮັບມືກັບການກາຍພັນເກົ່າຈາກ ອັງກິດ.


ຕອບກັບ

ຂ່າວ/ບົດ​ອື່ນ