ທົ່ວ​ໂລກ ມີ​ຜູ້​ເສຍ​ຊີ​ວິດ​ກ່​ວາ 4 ລ້ານ​ຄົນ​ຍ້ອນ​ໂລ​ກ​ລະ​ບາດ​ໂຄວິດ - 19

(VOVWORLD) -ສ່ວນຢູ່ຫວຽດນາມ ນັບແຕ່ເວລາ 19 ໂມງຂອງວັນທີ 5 ກໍລະກົດ ຫາເວລາ 6 ໂມງຂອງວັນທີ 6 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 277 ຄົນຢູ່ 7 ທ້ອງຖິ່ນ, ໃນນັ້ນນະຄອນໂຮ່ຈີມິນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 230 ຄົນ.
ທົ່ວ​ໂລກ ມີ​ຜູ້​ເສຍ​ຊີ​ວິດ​ກ່​ວາ 4 ລ້ານ​ຄົນ​ຍ້ອນ​ໂລ​ກ​ລະ​ບາດ​ໂຄວິດ - 19 - ảnh 1ພາບປະກອບ: TTXVN

ຕາມເວັບໄຊສະຖິຕິ Worldometers.info ແລ້ວ, ນັບແຕ່ເວລາ 1 ໂມງຂອງຕອນເຊົ້າວັນທີ 6 ກໍລະກົດ (ຕາມເວລາ UTC), ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ໃນທົ່ວໂລກ ໄດ້ລື່ນກາຍຕົວເລກ 4 ລ້ານຄົນ, ໃນຍອດຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 185 ລ້ານຄົນ. ໃນນັ້ນ, ອາເມລິກາມີຜູ້ເສຍຊີວິດກວມເອົາ 1/6 ຈຳນວນຜູ້ເສຍຊີວິດໃນທົ່ວໂລກ,  ຖັດຈາກນັ້ນແມ່ນ ບຣາຊິນ, ອິນເດຍ. ປັດຈຸບັນ, ອາຊີແມ່ນພາກພື້ນທີ່ມີຜູ້ຕິດເຊື້ອຫຼາຍທີ່ສຸດ ດ້ວຍຈຳນວນເກືອບ 56,6 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 803.000 ຄົນ.

        ສ່ວນຢູ່ຫວຽດນາມ ນັບແຕ່ເວລາ 19 ໂມງຂອງວັນທີ 5 ກໍລະກົດ ຫາເວລາ 6 ໂມງຂອງວັນທີ 6 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 277 ຄົນຢູ່ 7 ທ້ອງຖິ່ນ, ໃນນັ້ນນະຄອນໂຮ່ຈີມິນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 230 ຄົນ. ປັດຈຸບັນ, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 21.312 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 8.022 ຄົນ, ມີຜູ້ເສຍຊີວິດ 90 ຄົນ. ມາຮອດປັດຈຸບັນ, ຫວຽດນາມໄດ້ສັກວັກຊິນກັນໂຄວິດ - 19 ກ່ວາ 3,9 ລ້ານໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ