ທົ່ວ​ໂລກ​ມີ​ ​ຜູ້​ເສຍ​ຊີ​ວິດເກືອບ 738.000 ຄົນ ຍ້ອນ​ໂລກ​ລະ​ບາດ Covid – 19

(VOVWORLD) -ຕາມເວັບໄຊສະຖິຕິ Worldometers.info ແລ້ວ, ໄລ່ຮອດເວລາປະມານ 1ໂມງ00ນາທີ ເຊົ້າວັນທີ 11 ສິງຫາ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນວ່າມີຜູ້ຕິດເຊື້ອພະຍາດ Covid – 19ແມ່ນ 20.236.927 ຄົນ, ໃນນັ້ນມີ 737.863 ຄົນເສຍຊີວິດ. 
ທົ່ວ​ໂລກ​ມີ​ ​ຜູ້​ເສຍ​ຊີ​ວິດເກືອບ 738.000 ຄົນ ຍ້ອນ​ໂລກ​ລະ​ບາດ Covid – 19 - ảnh 1ພາບປະກອບ:  AFP/TTXVN

 ເຂດອາເມລິກາເໜືອໄດ້ຢັ້ງຢືນວ່າ ມີຈຳນວນຜູ້ຕິດເຊື້ອພະຍາດຫຼາຍທີ່ສຸດແມ່ນ 6,2 ລ້ານຄົນ, ຖັດຈາກນັ້ນແມ່ນ ອາຊີດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ກ່ວາ 5,1 ລ້ານຄົນ. ຢືນຢູ່ອັນດັບທີ 3 ແມ່ນ ເຂດອາເມລິກາໃຕ້ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ເກືອບ 4,8 ລ້ານຄົນ,ຖັດຈາກນັ້ນ ແມ່ນ ເອີລົບດ້ວຍ ຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 3 ລ້ານຄົນ.

        ອາເມລິກາ ແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດ Covid – 19, ດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 5,24 ລ້ານຄົນ ໃນນັ້ນມີ 166.000 ຄົນເສຍຊີວິດ. ຖັດຈາກອາເມລິກາ ແມ່ນ ບຣາຊີນ, ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ