ທົ່ວໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ກ່​ວາ 24,6 ລ້ານ​ຄົນ

(VOVWORLD)-ສາມປະເທດໄດ້ຮັບຜົນກະທົບຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດ ລວມມີ ອາເມລິກາ, ບຣາຊິນ ແລະ ອິນເດຍ.
ທົ່ວໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ກ່​ວາ 24,6 ລ້ານ​ຄົນ - ảnh 1ແພດໝໍເອົາແບບຢ່າງວິໄຈເຊື້ອໄວຣັດ SARS Covid - 19 ໃຫ້ແກ່ປະຊາຊົນ ຢູ່ ອິນເດຍ (ພາບ: thoibaotaichinhvietnam.vn)

ຕາມເວັບໄຊສະຖິຕິ Worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ  28 ສິງຫາ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 24,6 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດ ຫຼາຍກ່ວາ 834.700 ຄົນ. ມີຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິຫຼາຍກ່ວາ 17 ລ້ານຄົນ ແລະ ມີຜູ້ຕິດເຊື້ອ ຫຼາຍກ່ວາ 6,69 ລ້ານຄົນພວມໄດ້ຮັບການປິ່ນປົວ.

        ສາມປະເທດໄດ້ຮັບຜົນກະທົບຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດ ລວມມີ ອາເມລິກາ, ບຣາຊິນ ແລະ ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ