ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເກືອບ 101 ລ້ານ​ຄົນ

(VOVWORLD) -ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດລວມທັງໝົດ 100.807.050 ຄົນ, ໃນນັ້ນ ມີ 2.165.017 ຄົນເສຍຊີວິດ.
 ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເກືອບ 101 ລ້ານ​ຄົນ - ảnh 1ສະຖານທີ່ເອົາຕົວຢ່າງກວດຫາເຊື້ອໄວຣັດ ຢູ່ ສ.ເກົາຫຼີ (ພາບ: Yonhap/TTXVN)

ຕາມເວັບໄຊສະຖິຕິ worldmeters.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 27 ມັງກອນ ຕາມເວລາ UTC, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດລວມທັງໝົດ 100.807.050 ຄົນ, ໃນນັ້ນ ມີ 2.165.017 ຄົນເສຍຊີວິດ.

        ຢູ່ ອັງກິດ, ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ໄດ້ລື່ນກາຍລະດັບ 100.000 ຄົນ ພາຍຫຼັງປະເທດນີ້ ຢັ້ງຢືນມີຜູ້ຕິດເຊື້ອເພີ່ມເຕີມ 1.631 ຄົນ ພາຍໃນໜຶ່ງວັນ. ອັງກິດ ແມ່ນປະເທດທຳອິດຢູ່ ເອີຣົບ ແລະ ແມ່ນປະເທດທີ 5 ໃນໂລກ ທີ່ມີຈຳນວນຜູ້ເສຍຊີວິດລື່ນກາຍລະດັບ 100.000 ກໍລະນີ, ໂດຍຖັດຈາກ ອາເມລິກາ, ບຣາຊິນ, ອິນເດຍ ແລະ ເມັກຊີໂກ. ໃນໜຶ່ງວັນຜ່ານມາ, ອັງກິດ ໄດ້ຢັ້ງຢືນມີຜູ້ຕິດເຊື້ອຕື່ມອີກ 20.089 ກໍລະນີ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອທັງໝົດຢູ່ປະເທດນີ້ຂຶ້ນເປັນ 3.689.746 ກໍລະນີ.


ຕອບກັບ

ຂ່າວ/ບົດ​ອື່ນ