ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເກືອບ 170 ລ້ານ​ຄົນ

(VOVWORLD) -  ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດເວລາ 1 ໂມງ ເຊົ້າຂອງວັນທີ 27 ພຶດສະພາ (ຕາມເວລາ UTC) ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 170 ລ້ານ ຄົນ. ໃນນັ້ນ ມີຫຼາຍກວ່າ 3,5 ລ້ານຄົນເສຍຊີວິດ.
ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເກືອບ 170 ລ້ານ​ຄົນ - ảnh 1ອິນໂດເນເຊຍ ແມ່ນໜຶ່ງໃນບັນດາປະເທດໃນ ອາຊີ ມີຜູ້ຕິດເຊື້ອເປັນຈຳນວນຫຼາຍ (ພາບ: THX/ TTXVN)
  ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກ ຍັງຄົງແມ່ນ ອາເມລິກາ, ແຕ່ໃນຊຸມວັນຜ່ານມາ, ຍ້ອນໂຄງການສັກວັກຊິນກັນພະຍາດໂຄວິດ - 19 ໄດ້ຮັບການຍູ້ໄວ, ສະນັ້ນ ຈຳນວນຜູ້ຕິດເຊື້ອຢູ່ປະເທດນີ້ໄດ້ຫຼຸດລົງຫຼາຍພໍສົມຄວນ. ຢືນອັນດັບທີ 2 ແມ່ນ ອິນເດຍ - ເຊິ່ງປັດຈຸບັນ ປະເທດນີ້ແມ່ນຈຸດໃຈກາງຂອງໂລກລະບາດ, ດ້ວຍຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຕາມລາຍວັນ ລ້ວນແຕ່ສູງສຸດໃນໂລກ. ຍ້ອນເຊື້ອໄວຣັດກາຍພັນໃໝ່ໄດ້ພົບເຫັນຢູ່ປະເທດນີ້, ຄາດວ່າ ຈຳນວນຜູ້ຕິດເຊື້ອຈະສືບຕໍ່ຢູ່ໃນລະດັບສູງ ໃນຊຸມວັນຈະມາເຖິງ.

        ໄລ່ຕາມພາກພື້ນແລ້ວ, ປັດຈຸບັນ, ອາຊີ ແມ່ນທະວີບທີ່ມີຈຳນວນຜູ້ຕິດເຊື້ອສູງທີ່ສຸດໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອຫຼາຍກວ່າ 50 ລ້ານຄົນ ແລະ ມີເກືອບ 664.000 ຄົນ ເສຍຊີວິດ. ນອກຈາກ ອິນເດຍ ແລ້ວ, ປັດຈຸບັນ, ອິນໂດເນເຊຍ ແລະ ຟີລິບປິນ ກໍແມ່ນບັນດາປະເທດທີ່ມີຈຳນວນຜູ້ຕິດເຊື້ອໃໝ່ຕາມລາຍວັນສູງຫຼາຍ, ດ້ວຍກວ່າ 5.000 ຄົນ ຕໍ່ວັນ.

        ສະເພາະຢູ່ ຫວຽດນາມ, ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກ ຫວຽດນາມ, ນັບແຕ່ເວລາ 18 ໂມງຂອງວັນທີ 26 ພຶດສະພາ ຫາເວລາ 18 ໂມງຂອງວັນທີ 27 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 230 ກໍລະນີ, ໃນນັ້ນ ແຂວງ ບັກຢາງ ມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 128 ຄົນ. ເປັນອັນວ່າ, ໄລ່ຮອດເວລາ 18 ໂມງເຊົ້າຂອງວັນທີ 27 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອສະສົມທັງໝົດ 6.316 ຄົນ, ໃນນັ້ນ ມີ 2.853 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ ມີ 46 ຄົນ ເສຍຊີວິດ. 

ຕອບກັບ

ຂ່າວ/ບົດ​ອື່ນ