ທົ່ວ​ໂລກ​ມີ​ຜູ້​ຕິ​ດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເກືອ​ບ 355 ລ້ານ​ຄົນ

(VOVWORLD) -ອາເມລິກາ ຍັງແມ່ນປະເທດໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ, ດ້ວຍຈຳນວນຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດໃນວັນສູງທີ່ສຸດໃນໂລກ ຕາມລຳດັບແມ່ນ ກ່ວາ 450.000 ຄົນ ແລະ ເກືອບ 1.200 ຄົນ.
ທົ່ວ​ໂລກ​ມີ​ຜູ້​ຕິ​ດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເກືອ​ບ 355 ລ້ານ​ຄົນ - ảnh 1ພາບປະກອບ: THX/TTXVN

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີ ຂອງວັນທີ 25 ມັງກອນ (ຕາມເວລາ UTC), ໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19ໃໝ່ຕື່ມອີກ 355 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 5,6 ລ້ານຄົນ. ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກກ່ວາ 2 ລ້ານຄົນ ແລະ ຜູ້ເສຍຊີວິດ ກ່ວາ 5.900 ຄົນ. ອາເມລິກາ ຍັງແມ່ນປະເທດໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ, ດ້ວຍຈຳນວນຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດໃນວັນສູງທີ່ສຸດໃນໂລກ ຕາມລຳດັບແມ່ນ ກ່ວາ 450.000 ຄົນ ແລະ ເກືອບ 1.200 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ