ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 28 ລ້ານຄົນ

(VOVWORLD) -ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ເປັນຈຳນວນ 28.315.053 ຄົນ, ໃນນັ້ນຜູ້ເສຍຊີວິດແມ່ນ 913.210 ຄົນ.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງຂອງວັນທີ 11 ກັນຍາ (ຕາມເວລາຫວຽດນາມ), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ເປັນຈຳນວນ 28.315.053 ຄົນ, ໃນນັ້ນຜູ້ເສຍຊີວິດແມ່ນ 913.210 ຄົນ. ຜູ້ທີ່ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິລວມທັງໝົດແມ່ນ 20.326.604 ຄົນ, ໃນນັ້ນຜູ້ທີ່ພວມປິ່ນປົວຢູ່ແມ່ນ 7.075.239 ຄົນ.

          ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ດ້ວຍຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 6.587.216 ຄົນ ແລະ ມີຜູ້ເສຍຊີວິດແມ່ນ 196.265 ຄົນ, ຖັດຈາກນັ້ນແມ່ນອິນເດຍ ແລະ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ