ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 483 ລ້ານຄົ

(VOVWORLD) -ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 483 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 6,15 ລ້ານຄົນ.
ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 483 ລ້ານຄົ - ảnh 1(ພາບປະກອບ: THX/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 29 ມີນາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 483 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 6,15 ລ້ານຄົນ. ໄລ່ຮອດໝົດວັນທີ 28 ມີນາ, ບັນດາປະເທດ ອາຊຽນ ກວດພົບມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 26 ລ້ານຄົນ ແລະ ມີຜູ້ເສຍຊີວິດເກືອບ 399.500 ຄົນ.

ຢູ່ ອາຊີ, ເຂດປົກຄອງພິເສດ ຮົ່ງກົງ (ຈີນ) ໄດ້ແຈ້ງວ່າ ຈຳນວນຜູ້ຕິດເຊື້ອພະຍາດລາຍໃໝ່ໃນການວິໄຈແບບບັງຄັບມີທ່າອ່ຽງຫຼຸດລົງ. ຢູ່ ອາເມລິກາ, ມີເດັກເກືອບ 30.000 ຄົນຕິດເຊື້ອພະຍາດໂຄວິດ-19 ໃນອາທິດຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ