ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ເກືອບ 96,6 ລ້ານ​ຄົນ

(VOVWORLD) -ໄລ່ຮອດເວລາ 1 ໂມງຂອງວັນທີ 20 ມັງກອນ ຕາມເວລາ UTC, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ 96.588.996 ຄົນ,ໃນນັ້ນ ມີຜູ້ເສຍຊີວິດ 2.063.878 ຄົນ.
ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ເກືອບ 96,6 ລ້ານ​ຄົນ - ảnh 1ສະຖານທີ່ລົງທະບຽນສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ເຢຍລະມັນ (ພາບ:TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 20 ມັງກອນ ຕາມເວລາ UTC, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ 96.588.996 ຄົນ,ໃນນັ້ນ ມີຜູ້ເສຍຊີວິດ 2.063.878 ຄົນ. ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍັງແມ່ນ  ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດ ແມ່ນ 411.434 ຄົນ ໃນຈຳນວນຜູ້ຕິດເຊື້ອທັງໝົດ 24.799.787 ຄົນ. ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ບຣາຊິນ.

ເອີລົບ ພວມແມ່ນຈຸດໃຈກາງແຜ່ລະບາດໂຄວິດ - 19 ໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອກວ່າ 30,8 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 665.607 ຄົນ, ຖັດຈາກນັ້ນແມ່ນ ບັນດາປະເທດ ອາເມລິກາ ລາຕິນ ແລະ Caribe.

ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ເກືອບ 96,6 ລ້ານ​ຄົນ - ảnh 2ທ່ານປະທານາທິບໍດີ ອາເມລິກາ ຄົນໃໝ່ Joe Biden ກ່າວຄຳເຫັນທີ່ພິທີໄວ້ອາໄລຫາດວງວິນຍານຂອງຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 (ພາບ:Reuters)

ໃນເຫດການທີ່ກ່ຽວຂ້ອງ, ເພື່ອອາໄລຫາດວງວິນຍານຂອງຜູ້ເສຍຊີວິດຈາກການຕິດເຊື້ອໂຄວິດ - 19, ວັນທີ 19 ມັງກອນ, ຄະນະກຳມະການຈັດຕັ້ງພິທີສາບານຕົວເຂົ້າດຳລົງຕຳແໜ່ງປະທານາທິບໍດີ ອາເມລິກາ ໄດ້ຈັດພິທີໄວ້ອາໄລຫາດວງວິນຍານຂອງຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ຂຶ້ນ ຢູ່ ສະໜາມຫຼວງແຫ່ງຊາດ, ນະຄອນຫຼວງວໍຊີງຕັນ. ໂດຍມີການເຂົ້າຮ່ວມຂອງທ່ານປະທານາທິບໍດີ ອາເມລິກາ ຄົນໃໝ່ Joe Biden ແລະ ທ່ານນາງຮອງປະທານາທິບໍດີຄົນໃໝ່ Kamala Harris.


ຕອບກັບ

ຂ່າວ/ບົດ​ອື່ນ